ໃນຕອນບ່າຍວັນທີ 22 ກໍລະກົດ 2026, ທະນາຄານຮ່ວມພັດທະນາ ມະຫາຊົນ Joint Development Bank Public (JDB) ໄດ້ເປີດກອງປະຊຸມສະຫຼຸບຜົນການດຳເນີນທຸລະກິດ 06 ເດືອນຕົ້ນປີ ແລະ ທິດທາງການດໍາເນີນທຸລະກິດ 06 ເດືອນ ທ້າຍປີ 2026, ທີ່ສໍານັກງານໃຫຍ່ ທະນາຄານຮ່ວມພັດທະນາ ມະຫາຊົນ ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານກອງປະຊຸມຂອງ ທ່ານ ສູນທອນ ຈັນທະວົງ ປະທານສະພາຜູ້ບໍລິຫານ ທະນາຄານຮ່ວມພັດທະນາ ມະຫາຊົນ, ພ້ອມດ້ວຍຄະນະຜູ້ບໍລິຫານ, ຄະນະພະແນກ ແລະ ໜ່ວຍບໍລິການພາຍໃນນະຄອນຫຼວງວຽງຈັນ. ນອກຈາກນີ້, ຍັງມີບັນດາໜ່ວຍບໍລິການຕ່າງແຂວງ ເຂົ້າຮ່ວມກອງປະຊຸມຜ່ານລະບົບ Video Conference. ເຊິ່ງເປັນກຽດກ່າວເປີດກອງປະຊຸມຢ່າງເປັນທາງການໂດຍ ທ່ານ ນ. ຄອນສະຫວັນ ວິຊາເທບ ຜູ້ອໍານວຍການ ທະນາຄານຮ່ວມພັດທະນາ ມະຫາຊົນ.
ກອງປະຊຸມໄດ້ມີການຮັບຟັງການລາຍງານເຖິງຜົນສໍາເລັດວຽກງານຫຼາຍໆດ້ານ, ໃນໄຕມາດ II ຂອງປີ 2026 ທີ່ຜ່ານມາ ໂດຍ JDB ສາມາດ ສ້າງຍອດຊັບສິນລວມ ປະຕິບັດໄດ້ 84% ຂອງແຜນປີ 2026, ມີຍອດລາຍຮັບລວມ ເມື່ອທຽບໃສ່ແຜນປີ 2026 ສາມາດປະຕິບັດໄດ້ 55.64%, ການສະໜອງສິນເຊື່ອປະຕິບັດໄດ້ 88% ເມື່ອທຽບໃສ່ແຜນປີ 2026, ດ້ານຜົນການດໍາເນີນທຸລະກິດໃນໄຕມາດ II ຂອງ JDB ສາມາດສ້າງລາຍຮັບຫລັງຫັກອາກອນ ປະຕິບັດໄດ້ 38.17% ທຽບໃສ່ແຜນການປີ 2026,
ຕົວເລກຜົນສຳເລັດອັນໂດດເດັ່ນນີ້ ບໍ່ພຽງແຕ່ສະແດງເຖິງການເຕີບໂຕຢ່າງຕໍ່ເນື່ອງ, ແຕ່ຍັງເປັນສິ່ງຢັ້ງຢືນເຖິງຄວາມໝັ້ນຄົງທາງດ້ານຖານະທາງການເງິນ ແລະ ຄວາມສາມາດໃນການບໍລິຫານຄວາມສ່ຽງທີ່ມີປະສິດທິພາບສູງ ພາຍໃຕ້ສະພາວະເສດຖະກິດທີ່ມີຄວາມຜັນຜວນ, ເຮັດໃຫ້ JDB ຍັງຄົງເປັນທະນາຄານທຸລະກິດຊັ້ນນໍາ ທີ່ໄດ້ຮັບຄວາມໄວ້ວາງໃຈ ແລະ ມີສະພາບຄ່ອງທີ່ແຂງແຮງ ພ້ອມທີ່ຈະຮອງຮັບການບໍລິການລູກຄ້າໃນທຸກລະດັບຢ່າງມີສະຖຽນລະພາບ.
ກອງປະຊຸມຄັ້ງນີ້ໄດ້ປັບປຸງໂຄງຮ່າງການຈັດຕັ້ງ ຂອງສະພາບໍລິຫານ ທະນານາຄານຮ່ວມພັດທະນາ ມະຫາຊົນ ແລະ ໂຄງຮ່າງການຈັດຕັ້ງ ຂອງ ຄະນະອໍານວຍການ ທະນາຄານຮ່ວມພັດທະນາ ມະຊົນ ໂດຍສະເພາະແມ່ນ ການມອບ-ຮັບໜ້າທີ່ ລະຫວ່າງ ປະທານສະພາບໍລິຫານ ຜູ້ເກົ່າ ແລະ ຜູ້ໃໝ່, ການມອບ-ຮັບ ໜ້າທີ່ ຜູ້ອໍານວຍການ ຜູ້ເກົ່າ ແລະຜູ້ໃໝ່ ເພື່ອໃຫ້ແທດເໝາະກັບສະພາບການປະຈຸບັນ ເພື່ອຂັບເຄື່ອນ ທະນາຄານ ຮ່ວມພັດທະນາ ມະຫາຊົນ ໃຫ້ດີຂື້ນກວ່າເກົ່າ, ໄດ້ມີການມອບຮັບໜ້າ ຂອງສະພາຜູ້ບໍລິຫານ ແລະ ຄະນະອໍານວຍການ ຊຸດເກົ່າ ໃຫ້ ຄະນະສະພາຜູ້ບໍລິຫານ ແລະ ອໍານວຍການຊຸດໃໝ່ ຢ່າງປັນທາງການ.
ຈາກນັ້ນໄດ້ຮັບຟັງການໂອ້ລົມ ຈາກທ່ານ ເອກະພັນ ພະພິທັກ ປະທານຜູ້ຖືຮຸ້ນ ທະນາຄານຮ່ວມພັດທະນາ ມະຫາຊົນ ທ່ານໄດ້ ສະແດງຄາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ປະຕິບັດໄດ້ ໃນໄຕມາດ II ທີ່ຜ່ານມາ ແລະ ຍົກໃຫ້ເຫັນ ສະພາບເສດຖະກິດຂອງໂລກ ຍັງມີຄາມຫຍຸ້ງຍາກ ຢູ່ໃນພາວະສະລໍຕົວ ສະພາບການຂອງໂລກມີການຜັນແປຢ່າງສັບສົນ, ທ່ານໄດ້ຮຽກຮ້ອງໃຫ້ ຄະນະຜູ້ບໍລິຫານຊຸດໃໝ່ ພະນັກງານທຸກຄົນ ເອົາໃຈໃສ່ ວຽກງານຂອງຕົນໃຫ້ດີຂື້ນກວ່າເກົ່າ ເພື່ອບັນລຸເປົ້າໝາຍທີ່ວາງໄວ້ ທ່ານໄດ້ຮຽກຮ້ອງໃຫ້ມີຄວາມສາມະຄີກັນເປັນປຶກແຜ່ນ ເພື່ອໃຫ້ບັນລຸຜົນສໍາເລັດທີ່ວາງໄວ້. ທະນາຄານຮ່ວມພັດທະນາ ມະຫາຊົນ ມຸ່ງໝັ້ນພັດທະນາການບໍລິການທີ່ເປັນເລີດ, ວ່ອງໄວ ແລະ ທັນສະໄໝ ເຊື່ອມຕໍ່ກັບສາກົນ ຖືເອົາຄວາມຕ້ອງການຂອງລູກຄ້າເປັນຫຼັກ, ພັດທະນາຜະລິດຕະພັນທາງການເງິນ ໃໝ່ຢ່າງສະໝໍ່າສະເໝີດ້ວຍລະບົບເທັກໂນໂລຍີທີ່ທັນສະໄໝ ປະສານກັບການບໍລິການທີ່ໂດດເດັ່ນຂອງພະນັກງານ, ສ້າງຜົນປະໂຫຍດສູງສຸດໃຫ້ກັບທຸກຝ່າຍ ເປັນສ່ວນສຳຄັນໃນການພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮື່ອງ.
ທະນາຄານຮ່ວມພັດທະນາ ມະຫາຊົນ ເຕີບໃຫຍ່ໄປພ້ອມກັນ .

