Untitled 2 01 scaled

 ໃນຕອນບ່າຍວັນທີ 9 ກັນຍາ 2026, ທະນາຄານຮ່ວມພັດທະນາ ມະຫາຊົນ  ຫຼື JDB ໄດ້ເປີດກອງປະຊຸມສະຫຼຸບຜົນການດຳເນີນທຸລະກິດ 09 ເດືອນຜ່ານມາ ແລະ ທິດທາງການດໍາເນີນທຸລະກິດ 03 ເດືອນ ທ້າຍປີ 2026, ທີ່ສໍານັກງານໃຫຍ່ ທະນາຄານຮ່ວມພັດທະນາ ມະຫາຊົນ ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານກອງປະຊຸມຂອງ ທ່ານ ຄໍາສິງ ສອນສິນນະວົງ ຮອງປະທານສະພາຜູ້ບໍລິຫານ ທະນາຄານຮ່ວມພັດທະນາ ມະຫາຊົນ, ພ້ອມດ້ວຍຄະນະຜູ້ບໍລິຫານ,  ຄະນະພະແນກ ແລະ ໜ່ວຍບໍລິການພາຍໃນນະຄອນຫຼວງວຽງຈັນ. ນອກຈາກນີ້, ຍັງມີບັນດາໜ່ວຍບໍລິການຕ່າງແຂວງ ເຂົ້າຮ່ວມກອງປະຊຸມຜ່ານລະບົບ Video Conference. ເຊິ່ງເປັນກຽດກ່າວເປີດກອງປະຊຸມຢ່າງເປັນທາງການໂດຍ ທ່ານ ນ. ຄອນສະຫວັນ ວິຊາເທບ  ຜູ້ອໍານວຍການ ທະນາຄານຮ່ວມພັດທະນາ ມະຫາຊົນ.

   ກອງປະຊຸມໄດ້ມີການຮັບຟັງການລາຍງານເຖິງຜົນສໍາເລັດວຽກງານຫຼາຍໆດ້ານ, ໃນໄຕມາດ III ຂອງປີ 2026 ທີ່ຜ່ານມາ ໂດຍ JDB ສາມາດ ສ້າງຍອດຊັບສິນລວມ ປະຕິບັດໄດ້ 81% ຂອງແຜນປີ 2026 ເຊິ່ງເປັນ ທຄຮ ເປັນ 1 ໃນ 3 ທະນາຄານທີ່ມີຍອດຊັບສິນລວມສູງທີ່ສຸດ ຂອງ ທະນາຄານທຸລະກິດໃນ ສປປ ລາວ,  ການສະໜອງສິນເຊື່ອປະຕິບັດໄດ້ 83% ເມື່ອທຽບໃສ່ແຜນປີ 2026, ດ້ານຜົນການດໍາເນີນທຸລະກິດມາເຖິງໄຕມາດ III ຂອງ JDB ສາມາດສ້າງລາຍຮັບຮັບລວມເມື່ອທຽບໃສ່ແຜນປີ 2026 ສາມາດປະຕິບັດໄດ້ 85% ແລະ ກຳໄລຫລັງຫັກອາກອນປະຕິບັດມູນຄ່າຫລາຍກ່ວາ 570 ຕື້ກີບ ທຽບໃສ່ແຜນການປີ 2026 ສາມາດປະຕິບັດໄດ້ 52% ແລະ ເມື່ອທຽບໃສ່ແຜນໄຕມາດ III ສາມາດປະຕິບັດໄດ້ 55%.

ຕົວເລກຜົນສຳເລັດອັນໂດດເດັ່ນນີ້ ບໍ່ພຽງແຕ່ສະແດງເຖິງການເຕີບໂຕຢ່າງຕໍ່ເນື່ອງ, ແຕ່ຍັງເປັນສິ່ງຢັ້ງຢືນເຖິງຄວາມໝັ້ນຄົງທາງດ້ານຖານະທາງການເງິນ ແລະ ຄວາມສາມາດໃນການບໍລິຫານຄວາມສ່ຽງທີ່ມີປະສິດທິພາບສູງ ພາຍໃຕ້ສະພາວະເສດຖະກິດທີ່ມີຄວາມຜັນຜວນ, ເຮັດໃຫ້ JDB ຍັງຄົງເປັນທະນາຄານທຸລະກິດຊັ້ນນໍາ ທີ່ໄດ້ຮັບຄວາມໄວ້ວາງໃຈ ແລະ ມີສະພາບຄ່ອງທີ່ແຂງແຮງ ພ້ອມທີ່ຈະຮອງຮັບການບໍລິການລູກຄ້າໃນທຸກລະດັບຢ່າງມີສະຖຽນລະພາບ.

ໃນ ຕອນທ້າຍກອງປະຊຸມ ໄດ້ຮັບຟັງການໂລ້ລົມ ຈາກທ່ານ ຄຳສິງ ສອນສິນນະວົງ ຮອງປະທານສະພາ ບໍລິຫານທະນາຄານຮ່ວມພັດທະນາ ມະຫາຊົນ, ໄດ້ຍ້ອງຍໍຊົມເຊີຍໃນໂອກາດຄົບຮອບ 37 ປີ ໃນການສ້າງຕັ້ງທະນາຄານ ແລະ ຊົມເຊີຍຜົນສຳເລັດການເຂົ້າໃນຕະຫລາດຫລັກຊັບລາວ ຄົບຮອບ 1 ປີ, ແລະ ທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ 09 ເດືອນຜ່ານມາ  ເຊີ່ງສາມາກຮັກສາສະຖຽນລະພາບທາງດ້ານການເງິນ ແລະ ການຂະຫຍາຍຕົວຢ່າງຕໍ່ເນື່ອງ ທາມກາງເສດຖະກິດ ທີ່ມີຄວາມທ້າທາຍ, ແຕ່ພະນັກງານຂອງທະນາຄານຮ່ວມພັດທະນາ ເປັນມືອາຊີບ ການບໍລິການທີ່ເປັນເລີດ, ວ່ອງໄວ ແລະ ທັນສະໄໝ ເຊື່ອມຕໍ່ກັບສາກົນ ຖືເອົາຄວາມຕ້ອງການຂອງລູກຄ້າເປັນຫຼັກ, ພັດທະນາຜະລິດຕະພັນທາງການເງິນ ໃຫ້ມີຄວາມທັນສະໄໝ  ສ້າງຜົນປະໂຫຍດສູງສຸດໃຫ້ກັບທຸກຝ່າຍ ເປັນສ່ວນສຳຄັນໃນການພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮື່ອງ ແລະ ຢ່າງມີສະຖຽນລະພາບ.

                   ທະນາຄານຮ່ວມພັດທະນາ ມະຫາຊົນ  ເຕີບໃຫຍ່ໄປພ້ອມກັນ .