ເສີມສ້າງການເຊື່ອມໂຍງການຊຳລະເງິນດິຈິຕອນຂ້າມແດນ ລາວ–ຈີນ
ວັນທີ 18 ກັນຍາ 2026 | ແຂວງກວາງຊີ, ສປ ຈີນ
ໃນວັນທີ 18 ກັນຍາ 2026 ທະນາຄານຮ່ວມພັດທະນາ ມະຫາຊົນ, ໄດ້ເຂົ້າຮ່ວມກອງປະຊຸມເປີດໂຕໂຄງການເຊື່ອມຕໍ່ລະບົບການຊຳລະເງິນດິຈິຕອນຂ້າມແດນ ລາວ–ຈີນ ຂຶ້ນທີ່ແຂວງກວາງຊີ ສາທາລະນະລັດປະຊາຊົນຈີນ ໂດຍໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ສຸລິສັກ ທ່ານຸວົງ, ຮອງຜູ້ວ່າການ ທະນາຄານກາງແຫ່ງ ສປປ ລາວ ແລະ ທ່ານ LU Lei, ຮອງຜູ້ວ່າການ ທະນາຄານປະຊາຊົນຈີນ, ພ້ອມດ້ວຍຜູ້ແທນຂັ້ນສູງຈາກພາກລັດ ແລະ ສະຖາບັນການເງິນຂອງທັງສອງປະເທດ.
ໃນກອງປະຊຸມດັ່ງກ່າວ ໄດ້ມີພິທີລົງນາມ ສັນຍາຮ່ວມມືຍຸດທະສາດ ລະຫວ່າງ ບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ (LAPNet) ແລະ e-CNY Center International Co., Ltd. ເຊິ່ງເປັນຂີດໝາຍສຳຄັນຂອງການຮ່ວມມື ໃນການສົ່ງເສີມການຊຳລະເງິນຂ້າມແດນຜ່ານ QR Code ລະຫວ່າງ ລາວ–ຈີນ ເພື່ອສະໜັບສະໜູນການຮ່ວມມືດ້ານເສດຖະກິດ, ການທ່ອງທ່ຽວ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ.
JDB ກັບການເຊື່ອມຕໍ່ e-CNY ຜ່ານ Lao QR
Joint Development Bank Public (JDB) ໃນຖານະເປັນ ສະມາຊິກທີ່ໄດ້ຮັບອະນຸຍາດຂອງ LAPNet ແລະ ເປັນຜູ້ໃຫ້ບໍລິການ Lao QR, ມີບົດບາດໃນການເຊື່ອມຕໍ່ຮ້ານຄ້າ JDB ເຂົ້າສູ່ລະບົບການຊຳລະຂ້າມແດນ.
ໂດຍເລີ່ມນຳໃຊ້ແຕ່ ວັນທີ 18 ກັນຍາ 2026, ລູກຄ້າຈີນທີ່ນຳໃຊ້ e-CNY App ສາມາດສະແກນ JDB Lao QR ຂອງຮ້ານຄ້າທີ່ເຂົ້າຮ່ວມ ເພື່ອຊຳລະຄ່າສິນຄ້າ ແລະ ບໍລິການໃນ ສປປ ລາວ ຜ່ານການເຊື່ອມຕໍ່ຂ້າມແດນຂອງ LAPNet.
ປະສົບການຊຳລະທີ່ງ່າຍ ແລະ ສະດວກ
e-CNY App → ສະແກນຮ້ານຄ້າ JDB Lao QR → ຢືນຢັນການຊຳລະ → ຮ້ານຄ້າ JDB ໄດ້ຮັບການຊຳລະ
ການເຊື່ອມຕໍ່ນີ້ຊ່ວຍໃຫ້ລູກຄ້າຈີນສາມາດຊຳລະເງິນຜ່ານ e-CNY App ໄດ້ຢ່າງສະດວກ ໂດຍຮ້ານຄ້າ JDB ທີ່ຮັບ Lao QR ສາມາດໃຫ້ບໍລິການຮັບຊຳລະຈາກລູກຄ້າ e-CNY ຕາມຂອບເຂດ ແລະ ມາດຕະຖານຂອງ e-CNY wallet.
ເປີດໂອກາດໃໝ່ໃຫ້ຮ້ານຄ້າຄິວອາ JDB
ການເຊື່ອມຕໍ່ e-CNY ແລະ Lao QR ເປັນອີກກ້າວສຳຄັນໃນການເພີ່ມຊ່ອງທາງການຊຳລະໃຫ້ແກ່ຮ້ານຄ້າ JDB ໂດຍສະເພາະຮ້ານຄ້າທີ່ຮອງຮັບລູກຄ້າຈີນ, ຊ່ວຍເສີມສ້າງປະສົບການຊຳລະທີ່ສະດວກ ແລະ ເພີ່ມໂອກາດທາງທຸລະກິດ.
ການເຊື່ອມໂຍງດັ່ງກ່າວ ຍັງສະໜັບສະໜູນທິດທາງການຮ່ວມມືລາວ–ຈີນ ໃນດ້ານ ການຄ້າ, ການທ່ອງທ່ຽວ, ການລົງທຶນ ແລະ ເສດຖະກິດດິຈິຕອນ.
JDB ມຸ່ງໝັ້ນສູ່ການຊຳລະເງິນດິຈິຕອນ
JDB ມຸ່ງໝັ້ນໃນການພັດທະນາໂຄງສ້າງການຊຳລະເງິນດິຈິຕອນ ແລະ ຂະຫຍາຍການເຊື່ອມໂຍງການຊຳລະຂ້າມແດນ ເພື່ອສ້າງປະສົບການຊຳລະທີ່ທັນສະໄໝ, ສະດວກ ແລະ ຕອບໂຈດຄວາມຕ້ອງການຂອງລູກຄ້າ ແລະ ຮ້ານຄ້າ.
JDB Enables e-CNY Payments through Lao QR
Strengthening Laos–China Cross-Border Digital Payment Connectivity
18 September 2026 | Guangxi, People’s Republic of China
On 18 September 2026, the Launching Conference of the Laos–China Cross-Border Digital Payment System Connectivity Project was held in Guangxi, People’s Republic of China.
The event was honored by the participation of Mr. Soulisak Thammavong, Deputy Governor of the Bank of the Lao PDR, and Mr. LU Lei, Deputy Governor of the People’s Bank of China, together with senior representatives from government agencies and financial institutions of both countries.
During the conference, a Strategic Cooperation Agreement was signed between Lao National Payment Network Co., Ltd. (LAPNet) and e-CNY Center International Co., Ltd. The agreement marks an important milestone in strengthening cooperation between the two sides and promoting cross-border QR payment services between Laos and China.

