Current Account

ລັກສະນະຜະລິດຕະພັນ :

ບັນຊີຝາກ​ກະ​ແສ​ລາຍ​ວັນ (Current Account)​ ເປັນ​ບໍລິການ​ທີ່​ອຳນວຍ​ຄວາມ​ສະດວກ​ໃນ​ການ​ບໍລິຫານເງິນ ​ໄດ້​ຢ່າງຄ່ອງ​ຕົວ​ ແລະ​ ປອດ​ໄພ ເໝາະ​ສຳ​ລັບ​ຜູ້​ທີ່​ເຮັດ​ຄ້າ​ຂາຍ ຫຼື ​ເຮັດ​ທຸລະ​ກິດ​ສ່ວນ​ຕົວ​ ທີ່​ມີ​ການ​ຮັບ ແລະ ຈ່າຍ​ເງິນ​ໝູນວຽນຢູ່​ຕະຫຼອດ​ເວລາ ​ໂດຍ​ໃຊ້​ແຊັກ​ສັ່ງ​ຈ່າຍ​ຂອງ​ທະນາຄານ ​ແທນການ​ໃຊ້​ເງິນສົດ ​ເພື່ອ​ຊຳລະ​ສະ​ສາງ​ຄ່າ​ສິນ​ຄ້າ ​ແລະ ຄ່າ​ບໍລິການຕ່າງໆ.

ສິດທິປະໂຫຍດ :

  • ຜູ້ຝາກຈະໄດ້ຮັບປື້ມແຊັກ ເພື່ອເປັນເຄື່ອງມືໃນການຊຳລະສະສາງ;
  • ສະດວກສະບາຍ, ປອດໄພ ແລະ ປະຢັດເວລາ ໃນການສັ່ງຈ່າຍ, ບໍລິຫານ ແລະ ຄຸ້ມຄອງ ການເງິນຂອງທ່ານ;
  • ຫຼຸດຜ່ອນການຖືເງິນສົດຈໍານວນຫຼາຍ ແລະ ງ່າຍໃນການສັ່ງຈ່າຍໃຫ້ລູກຄ້າ

ເງື່ອນໄຂໃນການເປີດບັນຊີ :

  • ເປິດໄດ້ສະເພາະນິຕິບຸກຄົນ
  • ບໍ່ມີອັດຕາດອກເບ້ຍ

ເງິນຝາກຂັ້ນຕ່ຳ ແລະ ເງິນຄ້າງໃນບັນຊີ :

  • 1,000,000 ກີບ
  • 100 ໂດລາ
  • 5,000 ບາດ
  • 500 ຢວນ

ຄ່າທຳນຽມເປີດບັນຊີໃໝ່ :

  • 10,000 ກີບ
  • 50 ບາດ
  • 2 ໂດລາ
  • ຢວນ ບໍ່ເກັບ

ຄ່າອອກເຊັກ :

  • 50,000 ກີບ
  • 200 ບາດ
  • 5 ໂດລາ
  • 50 ຢວນ

ໝາຍເຫດ :

ຖ້າລູກຄ້າຈ່າຍເງິນກີບແມ່ນໃຫ້ຄິດໄລ່ຕາມອັດຕາແລກປ່ຽນໜ້າກະດານໃນມື້ນັ້ນ

 

ເອກະສານໃນການເປີດບັນຊີ :

  • ສຳເນົາໃບອະນຸຍາດໃນການລົງທຶນພາຍໃນ ( ຖ້າເປັນຄົນຕ່າງປະເທດເຂົ້າມາລົງທຶນ )
  • ສຳເນົາໃບທະບຽນວິສາຫະກິດ
  • ສຳເນົາທະບຽນເສຍອາກອນພາຍໃນ
  • ສຳເນົາບັດປະຈຳຕົວ ຫຼື ພາສປອດ
  • ຖ້າມີຂາຮຸ່ນຕ້ອງມີໜັງສືບັນທຶກກອງປະຊຸມໃນການເຄື່ອນໄຫວຕ່າງໆ

ໝາຍເຫດ : ໃຫ້ລູກຄ້າຖືເອກະສານສະບັບແທ້ມາໃຫ້ທາງທະນາຄານ Copy ເອົາ