ບັນຊີເງິນຝາກປະຢັດ

ວັດຖຸປະສົງ:

ເປັນທາງເລືອກ ສຳລັບບຸກຄົນ ຫຼື ນິຕິບຸກຄົນ ທີ່ມີລາຍຮັບປະຈຳ ແລະ ຕ້ອງການສະສົມເງິນໄວ້ ແລະ ບໍ່ພຽງແຕ່ເປັນການຮັກສາເງິນຂອງທ່ານເທົ່ານັ້ນ ແຕ່ຍັງຊ່ວຍປ້ອງກັນຄວາມສ່ຽງຕໍ່ການຖືກອາຊະຍາກຳ ຫຼື ສ່ຽງທີ່ຈະເກັບເງິນໄວ້ຢູ່ບ້ານອີກຕໍ່ໄປ, ພຽງແຕ່ເປີດບັນຊີເງິນຝາກປະຢັດ ກັບ ທຄຮ ກໍ່ໄດ້ຮັບຄວາມອຸ່ນໃຈ ທີ່ສະດວກສະບາຍ ໃນການເບີກຖອນຜ່ານໜ້າເຄົາເຕີ ຫຼື ຖອນເງິນສົດຜ່ານຕູ້ ATM ຂອງ ທຄຮ ແລະ ຜ່ານຕູ້ ATM ຂອງທະນາຄານຮ່ວມທຸລະກິດທົ່ວປະເທດ ແລະ ທົ່ວໂລກ.

ປະໂຫຍດທີ່ໄດ້ຮັບ:

ສາມາດ​ຝາກ-ຖອນ ​​ໄດ້​ທຸກ​ສາຂາ​ ແລະ​ ໜ່ວຍ​ບໍລິການ​ຂອງ ທຄຮ ທົ່ວ​ປະ​ເທດ;
ສາ​ມາດໃຊ້​ບັນຊີ​ເງິນຝາກປະຢັດ ເພື່ອເປີດບັດ ATM, ບັດ VISA Debit ​ເພື່ອນໍາໃຊ້ ໂອນເງິນຜ່ານຕູ້ ATM, ຊຳລະ​ຄ່າ​ສິນຄ້າ ຫຼື ບໍລິການ ຜ່ານເຄື່ອງຮູດ EDC ຂອງ ທຄຮ, ເປີດນໍາໃຊ້ຜະລິດຕະພັນ JDB Yes, ຊື້ບັດເຕີມເງິນທຸກຊະນິດຜ່ານຕູ້ ATM ​ແລະ​ ບໍລິການ​ຕ່າງໆ;
ສາມາດ​ນຳ​ໃຊ້ ​ເພື່ອ​ຢັ້ງຢືນ​ຖານະ​ທາງ​ການ​ເງິນ;
ຮັບ​ດອກ​ເບ້ຍ​ ຕາມການກໍານົດຂອງ ທຄຮ ແຕ່ລະໄລຍະ.

ສະກຸນເງິນຝາກ:

  • ກີບ
  • ບາດ
  • ໂດລາສະຫະລັດ
  • ຢວນ

ອັດຕາດອກເບ້ຍເງີນຝາກ:

ໝາຍເຫດ: ທະນາຄານ ຈະຈ່າຍດອກເບ້ຍ 2 ຄັ້ງ/ປີ.

ເງື່ອນໄຂການໃຊ້ບໍລິການ:

ຈຳນວນເງີນຝາກເບື້ອງຕົ້ນ/ຂັ້ນຕ່ຳ 50,000 ກີບ ຫຼື 10 ໂດລາ ຫຼື 500 ບາດ ຫຼື 100 ຢວນ. ດອກເບ້ຍຄິດໄລ່ເປັນລາຍວັນ ແລະໂອນເຂົ້າບັນຊີ ປີໜື່ງ 2ຄັ້ງຄື: ທ້າຍເດືອນ 06 ແລະ ທ້າຍເດືອນ 12 ຂອງປີ.
ຖ້າປິດບັນຊີກ່ອນ 06 ເດືອນ ເກັບຄ່າທຳນຽມ 50,000 ກີບ ຫຼື 200 ບາດ ຫຼື 6 ໂດລາ ຫຼື 50 ຢວນ.

ໝາຍເຫດ:

ອັດຕາດອກເບ້ຍນີ້ ນຳໃຊ້ໄດ້ສະເພາະລູກຄ້າທີ່ເປັນຄົນລາວ.