ຜະລິດຕະພັນເຄື່ອງຮູດບັດ EDC

ຄຸນລັກສະນະ:

ເຄື່ອງຮູດບັດ (EDC) ແມ່ນອຸປະກອນຮັບຊໍາລະບັດອີເລັກໂຕນິກທີ່ມີຄວາມທັນສະໄໝ ໂດຍໄດ້ນຳໃຊ້ລະບົບເປັນ EMV ທີ່ມີຄວາມປອດໄພທີ່ສຸດໃນຂະນະນີ້ ເຊິ່ງສາມາດຮອງຮັບການຊໍາລະດ້ວຍບັດອີເລັກໂຕນິກໄດ້ຫຼາກຫຼາຍປະເພດ. ດັ່ງນັ້ນ, ຈຶ່ງເປັນເຄື່ອງມືໜຶ່ງທີ່ຊ່ວຍເພີ່ມໂອກາດໃນການຂາຍສິນຄ້າ ຫຼື ບໍລິການ ໃຫ້ກັບຮ້ານຄ້າຂອງທ່ານ ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ຖືບັດ ທີ່ບໍ່ມີເງິນສົດ ຫຼື ຜູ້ຖືບັດບໍ່ຈຳເປັນຖືເງິນສົດມາກໍ່ສາມາດຊໍາລະ ສິນຄ້າ ຫຼື ບໍລິການໄດ້ດ້ວຍບັດ ໂດຍສາມາດຕິດຕັ້ງຕາມສະຖານທີ່ຕ່າງໆທີ່ເປັນສະມາຊິກຂອງ JDB ເຊັ່ນ: ໂຮງແຮມ, ຮ້ານອາຫານ, ບໍລິສັດທ່ອງທ່ຽວ ແລະ ຮ້ານຄ້າທົ່ວໄປ ໃນທົ່ວປະເທດ.

ຈຸດເດັ່ນຂອງຜະລິດຕະພັນ:

  • ເປັນເຄື່ອງຮູດບັດແບບບໍ່ມີສາຍ
  • ລະບົບ Android ທີ່ມີໜ້າຈໍສຳຜັດ
  • ສາມາດເຊື່ອງຕໍ່ Wifi ແລະ ຊິມໂທລະສັບ
  • ມີ Function ທີ່ຮອງຮັບການຊຳລະຜ່ານ QR Payment ເຊັ່ນ: AliPay, UnionPay QR, WechatPay, JDB YesPay
  • ຮອງຮັບການຊຳລະບັດ Contactless, Chip card, magnetic card
  • ສາມາດເລືອກໃຊ້ໄດ້ຫຼາຍພາສາເຊັ່ນ: ພາສາລາວ, ພາສາອັງກິດ ແລະ ພາສາຈີນ

ຜົນປະໂຫຍດທີ່ຈະໄດຮັບຈາກການເປັນສະມາຊິກ:

  • ເພີ່ມໂອກາດໃນການສ້າງຍອດຂາຍທີ່ສູງຂຶ້ນ ແລະ ໄດ້ຜົນກໍາໄລສູງຂຶ້ນ
  • ເພີ່ມປະສິດທິພາບໃນການບໍລິຫານທຸລະກິດໃຫ້ກ້າວໄປສູ່ລະບົບທີ່ທັນສະໄໝເພີ່ມຄວາມສະດວກໃນການບັນທຶກບັນຊີ
  • ສົ່ງເສີມການພັດທະນາການບໍລິການທີ່ທັນສະໄໝ
  • ຫຼຸດຕົ້ນທຶນໃນການບໍລິຫານຈັດການເງິນສົດ
  • ຫຼຸດພາລະໃນການຖືເງິນສົດ
  • ຫຼຸດຄວາມສ່ຽງທີ່ຈະຮັບເງິນປອມຕັດບັນຫາຄວາມຫຍຸ້ງຍາກໃນການທອນເງິນສົດ

ຄ່າທໍານຽມ:

  • ຖ້າເປັນບັດຕ່າງທະນາຄານທີ່ບໍ່ແມ່ນຜະລິດຕະພັນບັດຂອງ JDB ແມ່ນຈະມີຄ່າທຳນຽມ 2-3% ຕໍ່ລາຍການ
  • ຖ້າເປັນຜະລິດຕະພັນບັດຂອງ JDB ແມ່ນ 0% ຕໍ່ລາຍການ

ຄຸນສົມບັດຂອງຮ້ານຄ້າ:

  • ຮ້ານຄ້າຕ້ອງບໍ່ເຄີຍມີບັນຫາສໍ້ໂກງເລື່ອງການນຳໃຊ້ເຄື່ອງຮູດບັດກັບທະນາຄານ ຫຼື ກັບທະນາຄານອື່ນມາກ່ອນ
  • ຕ້ອງມີເອກະສານໃບອະນຸຍາດທີ່ກ່ຽວພັນກັບທຸລະກິດຖືກຕ້ອງຕາມກົດໝາຍເຊັ່ນ: ໃບທະບຽນວິສາຫະກິດ, ໃບອາກອນ, ໃບອະນຸຍາດດຳເນີນທຸລະກິດ
  • ຕ້ອງມີຊື່ ແລະ ສະຖານທີ່ຕັ້ງຂອງຮ້ານຄ້າທີ່ຊັດເຈນເຊັ່ນ: ສິນຄ້າ-ບໍລິການ, ປ້າຍຮ້ານຄ້າ, ຕົວໂຄງຮ້ານຄ້າທັງໝົດ.

ເງື່ອນໄຂການສະໝັກ:

  • ຕ້ອງເປີດບັນຊີເງິນກີບເພື່ອຜູກກັບເຄື່ອງຮູດບັດ
  • ໃນບັນຊີຈະຕ້ອງມີເງິນຄ້ຳປະກັນຄ່າເຄື່ອງສຳລັບຄົນລາວ 1.000.000ກີບ/ເຄື່ອງ, ສຳລັບຄົນຕ່າງປະເທດ2.000.000 ກີບ/ເຄື່ອງ

ເອກະສານປະກອບໃນການສະໝັກ:

  • ໃບຂໍສະໝັກສະມາຊິກ EDC
  • ສຳເນົາໃບທະບຽນວິສາຫະກິດ, ໃບທະບຽນອາກອນ
  • ໃບອະນຸຍາດການລົງທຶນພາຍໃນ (ສໍາລັບຄົນຕ່າງປະເທດ)
  • ບັດປະຈຳຕົວ, ໜັງສືຜ່ານແດນ (ທີ່ບໍ່ໝົດອາຍຸ) ຫຼື ສຳມະໂນຄົວ
  • ຂໍ້ມູນທາງບັນຊີ ເຊັ່ນ: ສຳເນົາຟອມເປີດບັນຊີ ແລະ ປຶ້ມບັນຊີ
  • ຮູບຖ່າຍຂອງຮ້ານຄ້າເຊັ່ນ: ປ້າຍໜ້າຮ້ານ, ຕຶກອາຄານຮ້ານ ແລະ ສິນຄ້າ/ບໍລິການ ໃນຮ້ານຄ້າ
  • ສັນຍາເຊົ່າສະຖານທີ່ ຫຼື ສັນຍາສໍາປະທານ (ສໍາລັບຮ້ານຄ້າທີ່ມີການເຊົ່າສະຖານທີ່ ຫຼື ສັນຍາສໍາປະທານ)
  • ສຳລັບໂຮງແຮມທີ່ຕ້ອງການ Key-in ແມ່ນຕ້ອງມີສັນຍາລະຫວ່າງໂຮງແຮມກັບຕົວແທນເຊັ່ນ: Agoda, Expedia, Ctrip

ບັນດາຮ້ານຄ້າທີ່ເຂົ້າຮ່ວມໂຄງການສ່ວນຫຼຸດ:

Somphamit 300x300
Souksan bangalow 300x300
Suanmuang 300x300
Tai fah 300x300
Texas 300x300
Tulip 300x300
Xxx 300x300
Paradise 300x300
Pon arena 300x300
QR EDC 02 300x300
QR EDC 04 300x300
Regge 300x300
Saladonkhone 300x300
Sengagloun 300x300
Pakha 300x300
Nongsak 300x300
MANGO CF 300x300
Louk saiylar 300x300
Laolong 300x300
LPB QR EDC 02 1 300x300
Khounphan 300x300
Kking 300x300
Khonephapheng Copy 300x300
KHEMKHAM Copy 300x300
Khonphapheng Copy 300x300
Huapakhor Copy 300x300
Golden dondet Copy 300x300
DQ Copy 300x300
Garden rest Copy 300x300
DC CC 7 Copy 300x300
4000 Copy 300x300
Dalom Copy 300x300
205 06 300x300