ບໍລິການເງິນກູ້ເບີກເກີນບັນຊີ
ວັດຖຸປະສົງ:
ໃຫ້ບໍລິການເງິນກູ້ໄລຍະສັ້ນ ເພື່ອສະໜັບສະໜູນເງິນທຶນ ໃຫ້ແກ່ຜູ້ທີ່ດຳເນີນທຸລະກິດ ກ່ຽວກັບພາກສ່ວນຂະແໜງການ ຄື: ອຸດສະຫະກໍາ, ການຄ້າ, ກໍ່ສ້າງ, ຂົນສົ່ງ, ສະໜອງວັດຖຸເຕັກນິກ, ກະສິກຳປ່າໄມ້ ແລະ ອື່ນໆ ເຊິ່ງມີໄລຍະເວລາຊໍາລະເງິນຄືນພາຍໃນ 1 ປີ ເຊິ່ງເປັນທຶນໝູນວຽນ ເພື່ອເສີມສະພາບຄ່ອງໃຫ້ແກ່ທຸລະກິດ ໃນຊ່ວງເລັ່ງດ່ວນ.
ປະໂຫຍດທີ່ໄດ້ຮັບ:
ສາມາດຖອນນໍາໃຊ້ເງິນກູ້ໄດ້ສູງກວ່າເງິນຝາກກະແສລາຍວັນ;
ຮອງຮັບທຸກການໃຊ້ຈ່າຍດ້ວຍການສັ່ງຈ່າຍແຊັກ;
ປະກອບເອກະສານກູ້ຢືມງ່າຍ, ວ່ອງໄວ;
ອະນຸມັດເງິນພາຍໃນ 21 ມື້ (ເມື່ອກວດເອກະສານຄົບຖ້ວນ);
ຊໍາລະດອກເບ້ຍສະເພາະຍອດທີ່ເບີກເກີນເງິນໃນບັນຊີ.
ວົງເງິນກູ້:
ທ່ານສາມາດກູ້ຕາມຄວາມຕ້ອງການຂອງເງິນທຶນຕົວຈິງ.
ເງື່ອນໄຂການໃຊ້ບໍລິການ:
- ອັດຕາດອກເບ້ຍຄິດໄລ່ເປັນ %/ປີ;
- ຄ່າທຳນຽມອະນຸມັດແມ່ນເກັບຄັ້ງດຽວ ພາຍຫລັງອະນຸມັດສິນເຊື່ອ;
- ສຳລັບລູກຄ້າດີ ທະນາຄານອາດຈະພິຈາລະນາ ອັດຕາດອກເບ້ຍທີ່ເໝາະສົມ;
- ເງື່ອນໄຂເພີ່ມເຕີມ ຫຼື ຄຳແນະນຳ ການຈັດຕັ້ງປະຕິບັດ ຈະແຍກອອກເປັນສ່ວນໜື່ງຕ່າງຫາກ.
ເອກະສານປະກອບມີ:
ຄຳຮ້ອງຂໍກູ້ຢືມ (ຕາມແບບຟອມທະນາຄານ);
ຊີວະປະຫວັດຂອງຜູ້ກູ້;
ປະຫວັດການດຳເນີນທຸລະກິດ;
ແຜນຄາດຄະເນລາຍຮັບ-ລາຍຈ່າຍ (ຊັບສິນ, ໜີ້ສິນ);
ສຳເນົາ ປື້ມສໍາມະໂນຄົວ, ບັດປະຈຳຕົວ ຫຼື Passport (ຜູ້ກູ້ຢືມ & ຜູ້ຄ້ຳປະກັນ);
ເອກະສານ ໃບຢັ້ງຢືນທີ່ຢູ່ (ຜູ້ກູ້ຢືມ & ຜູ້ຄ້ຳປະກັນ)
ສຳເນົາ ເອກະສານ ທະບຽນທຸລະກິດ ແລະ ທະບຽນອາກອນ;
ສຳເນົາ ໃບອະນຸຍາດດຳເນີນທຸລະກິດ;
ໃບຕົກລົງມອບສິດ ເພື່ອຂໍສິນເຊື່ອ (ກໍລະນີມີຂາຮຸ້ນ);
ສຳເນົາ ຫຼັກຊັບຄ້ຳປະກັນ ຫຼື ໃບມອບສິດຫຼັກຊັບຄ້ຳປະກັນ (ຖ້າເປັນຂອງບຸກຄົນອື່ນ);
ບໍລິສັດ ຕ້ອງປະກອບເອກະສານ ເພີ່ມເຕີມ ຄື: ເອກະສານແຕ່ງຕັ້ງ ຫຼື ໃບມອບອຳນາດ ຈາກບໍລິສັດ; ມະຕິກອງປະຊຸມຂອງ ບໍລິສັດ ກົດລະບຽບຂອງບໍລິສັດ, ງົບດຸນ (ໃບດຸນດ່ຽງຖານະການເງິນຍ້ອນຫຼັງ 06 ເດືອນ);
ເອກະສານອື່ນໆ ທີ່ທະນຄານຕ້ອງການເພີ່ມເຕີມ.
ໝາຍເຫດ:
ສະເພາະລູກຄ້າເກົ່າ ທີ່ມີປະຫວັດການຊຳລະເງິນກູ້ທີ່ດີ ແລະ ມີການເຄື່ອນໄຫວບັນຊີທາງດ້ານເງິນຝາກກັບ ທຄຮ ຈະພິຈາລະນາເປັນພິເສດ ແມ່ນຈະພິຈາລະນາໃຫ້ວົງເງິນບັດເຄດິດ ບໍ່ເກີນກວ່າເງິນກູ້ ທີ່ມີການຊຳລະໄປແລ້ວ;
ສະເພາະລຸກຄ້າໃໝ່ ທີ່ມາຂໍອະນຸມັດວົງເງິນກູ້ ແມ່ນຈະພິຈາລະນາໃຫ້ວົງເງິນກູ້ ພ້ອມກັບວົງເງິນບັດເຄດິດ ໂດຍມີຫຼັກປະກັນດຽວກັນ;
ຄ່າທຳນຽມຂື້ນກັບທະນາຄານ ທຄຮ ທີ່ກຳນົດໄວ້.
ສອບຖາມຂໍ້ມູນເພີ່ມເຕີມ:
ກະລຸນາພົວພັນ ຂະແໜງສິນເຊື່ອທຸລະກິດ ໂທ: 021-215595, ແຟັກ: 021-223431.