ສີນເຊື່ອ SMEs
ສີນເຊື່ອ SMEs
ເປັນສີນເຊື່ອທີ່ມີໄລຍະກູ້ 1 – 5ປີ, ເປັນຜະລິດຕະພັນສິນເຊື່ອເໝາະສົມກັບທຸລະກິດການຜະລິດ, ຈັດຈໍາໜ່າຍ ແລະ ການໃຫ້ບໍລິການ ທີ່ຕ້ອງການເງິນທຶນ ແລະ ຂະຫຍາຍກິດຈະການເຊັ່ນ: ວັດສະດຸກໍ່ສ້າງ, ການຮັບເໝົາກໍ່ສ້າງ, ຂົນສົ່ງ, ໂຮງແຮມ-ບ້ານພັກ ທີ່ມີເປົ້າໝາຍດໍາເນີນທຸລະກິດທີ່ຊັດເຈນ.
1. ລັກສະນະ.
ເປັນຜະລິດຕະພັນສິນເຊື່ອເໝາະສົມກັບທຸລະກິດຂະໜາດກາງ SMEs.
ເງິນກູ້ໄລຍະສັ້ນ 1 – 5ປີ.
ວົງເງິນອະນຸມັດບໍ່ເກີນ 6,000,000,000ກີບ.
ຕ້ອງມີຫຼັກຊັບຄ້ຳປະກັນ.
2.ອັດຕາດອກເບ້ຍ.
ສອບຖາມຂໍ້ມູນເພີ່ມຕື່ມ ຕິດຕໍ່ໂທ: 021-213531-6 ຕໍ່ສາຍສີນເຊື່ອ 309/313/315
ໝາຍເຫດ: ທະນາຄານຮ່ວມພັດທະນາ ຂໍສະຫວງນສິດ ໃນການປ່ຽນແປງອັດຕາດອກເບ້ຍ ແລະ ຄ່າທໍານຽມຕ່າງໆ ໂດຍບໍ່ຕ້ອງແຈ້ງລ່ວງໜ້າໃຫ້ກັບລູກຄ້າຊາບ.
3. ເອກະສານປະກອບໃນການກູ້ຢືມ.
ໃບຄຳຮ້ອງຂໍກູ້ຢືມ (ແບບຟອມຂອງທະນາຄານ) ຟອມຂໍກູ້ ທຸລະກິດ
ຊີວະປະຫວັດຂອງຜູ້ກູ້.
ສໍາເນົາບັດປະຈຳຕົວ ຫຼື Passport (ຜູ້ກູ້ຢືມ, ຜູ້ກູ້ຮ່ວມ ແລະ ຜູ້ຄໍ້າປະກັນ).
ສໍາເນົາສຳມະໂນຄົວ (ຜູ້ກູ້ຢືມ, ຜູ້ກູ້ຮ່ວມ ແລະ ຜູ້ຄໍ້າປະກັນ).
ໃບຢັ້ງຢືນທີຢູ່ (ຜູ້ກູ້ຢືມ, ຜູ້ກູ້ຮ່ວມ ແລະ ຜູ້ຄໍ້າປະກັນ).
ຕ້ອງມີໃບສະຫຼຸບລາຍຮັບ-ລາຍຈ່າຍ ຍ້ອນຫຼັງ 1-2 ປິ.
ໃບທະບຽນວິສາຫະກິດ.
ໃບອານຸຍາດດໍາເນີນທຸລະກິດ.
ໃບທະບຽນອາກອນ.
ສໍາເນົາລາຍການເຄື່ອນໄຫວບັນຊີເງິນຝາກ ຍ້ອນຫຼັງ 1ປີ.
ສໍາເນົາສັນຍາກູ້-ສັນຍາຄໍ້າ (ຖ້າມີໜີ້).
ສໍາເນົາລາຍການເຄື່ອນໄຫວບັນຊີເງິນກູ້ ຍ້ອນຫຼັງ 1 – 2 ປີ (ຖ້າມີໜີ້).
ສໍາເນົາຫຼັກຊັບຄໍ້າປະກັນ (ໃບຕາດີນ ຂອບທອງ) ຫຼື ຖ້າເປັນຂອງບຸກຄົນອື່ນ ແມ່ນໃຫ້ເຈົ້າຂອງຫຼັກຊັບເຊັນ ຄໍ້າປະກັນ.