ໂອນເງິນຜ່ານບັນຊີຫາບັນຊີ
ວັດຖຸປະສົງ:
ທ່ານສາມາດໂອນເງິນໃນບັນຊີຫາບັນຊີ ເຈົ້າຂອງດຽວກັນ ທີ່ເປັນບັນຊີເງິນຝາກປະຢັດ ຫຼື ເງິນຝາກກະແສລາຍວັນ ຢູ່ ທຄຮ ໄດ້ຢ່າງສະດວກ, ວ່ອງໄວ ແລະ ປອດໄພ.
ປະໂຫຍດທີ່ໄດ້ຮັບ:
- ເພີ່ມຄວາມສະດວກ ແລະ ວ່ອງໄວໃນການໂອນເງິນ;
- ທ່ານສາມາດໂອນເງິນສົດ ຫຼື ຫັກຈາກບັນຊີຂອງທ່ານທີ່ຢູ່ ທຄຮ;
- ມີຄວາມປອດໄພສູງ;
- ບັນຊີເຈົ້າຂອງດຽວກັນ ບໍ່ເສຍຄ່າທຳນຽມ;
- ແຕ່ຖ້າຕ້ອງການໂອນເງິນຕ່າງບັນຊີ ແມ່ນໄດ້ເສຍຄ່າທຳນຽມ.
ສະກຸນເງິນ:
- ກີບ
- ບາດ
- ໂດລາສະຫະລັດ
ຄ່າທໍານຽມໂອນເງິນ:
| ໂອນເງິນຕ່າງເຂດ | ຄ່າທຳນຽມ |
| ກີບ | 10.000 LAK |
| ບາດ | 40 THB |
| ໂດລາ | 1 USD |