ບັນຊີເງິນຝາກປະຈຳ

ລັກສະນະຜະລິດຕະພັນ :

ປະເພດບັນຊີເງິນຝາກປະຈໍາ (Term Deposit) ແມ່ນ ບັນຊີຝາກມີກຳນົດ ຕາມໄລຍະເວລາ ຂອງຜະລິດຕະພັນຂອງທະນາຄານກຳນົດໄວ້ ສາມາດຝາກໄດ້ ເປັນປະເພດ ບຸກຄົນ ແລະ ນິຕິບຸກຄົນ ກໍລະນີຖອນເງິນຝາກກ່ອນກຳນົດ ບໍ່ຮອດ 03 ເດືອນ ແມ່ນຈະບໍ່ໄດ້ຮັບດອກເບ້ຍ ແລະ ມີຄ່າທໍານຽມປິດບັນຊີກ່ອນກໍານົດ, ກໍລະນີຖອນກ່ອນກຳນົດເກີນ 03 ເດືອນຂຶ້ນໄປ ແຕ່ຍັງບໍ່ຄົບກໍານົດຝາກ, ທະນາຄານຈະຄິດໄລ່ອັດຕາດອກເບ້ຍຝາກປະຢັດໃຫ້ ແລະ ເກັບຄ່າທຳນຽມປິດບັນຊີ (ສາມາດຝາກໄດ້ເຖິງ 4 ສະກຸນເງິນຄື: ສະກຸນເງິນກີບ, ສະກຸນເງິນບາດ, ສະກຸນເງິນໂດລາ ແລະ ສະກຸນເງິນຢວນ)

ສິດທິປະໂຫຍດ :

  • ລູກຄ້າຈະໄດ້​ຮັບ​ຜົນ​ຕອບ​ແທນ​ຈາກດອກ​ເບ້​ຍສູງ.
  • ລູກຄ້າສາມາດ​ໃຊ້​ເງິນ​ໃນ​ບັນຊີ​​ເພື່ອ​ເປັນ​ຫຼັກ​ຄ້ຳປະກັນ​ໃນ​ການ​ຂໍ​ສິນ​ເຊື່ອ.
  • ສາມາດເປີດບັນຊີເພື່ອເອົາດອກເບ້ຍເປັນລາຍເດືອນ ລາຍປິ ແລະ ລ່ວງໜ້າໄດ້ ເຊິ່ງຕົ້ນທຶນຕ້ອງຄົບກຳນົດຕາມທີ່ທ່ານໄດ້ກຳນົດໄວ້.
  • ສາມາດ​ຕິດຕາມ​ດອກ​ເບ້​ຍ​ ແລະ ​ຍອດ​ເງິນ​ຜ່ານ​ລະບົບ Internet Banking.
  • ໃຊ້​ເພື່ອ​ເປັນ​ຫຼັກ​ຖານ​ໃນ​ການ​ອອກ​ບັດ VISA Credit.

ວົງເງິນເປີດບັນຊີຂັ້ນຕ່ຳ :

– ສຳລັບບຸກຄົນ

  • 2,000,000 ກີບ
  • 300 ໂດລາ
  • 10,000 ບາດ
  • 10,000 ຢວນ

– ສຳລັບນິຕິ ຫຼື ອົງກອນ

  • 20,000,000 ກີບ
  • 3,000 ໂດລາ
  • 100,000 ບາດ
  • 20,000 ຢວນ

ຮູບແບບການຈ່າຍດອກເບ້ຍ :

  • ດອກເບ້ຍແບບຄົບກຳນົດ
  • ດອກເບ້ຍລາຍເດືອນ
  • ດອກເບ້ຍລາຍປີ
  • ດອກເບ້ຍລ່ວງໜ້າ

ເອກະສານປະກອບໃນການເປີດບັນຊີ :

ສຳລັບ ນິຕິບຸກຄົນ:

  • ໃບອະນຸຍາດໃນການລົງທຶນພາຍໃນ (ຖ້າເປັນຄົນຕ່າງປະເທດເຂົ້າມາລົງທຶນ)
  • ໃບທະບຽນວິສາຫະກິດ ສຳລັບນິຕິບຸກຄົນ
  • ທະບຽນເສຍອາກອນພາຍໃນ ສຳລັບນິຕິບຸກຄົນ
  • ບັດປະຈຳຕົວ, ສຳະໂນຄົວ ຫຼື ພາສປອດ
  • ຖ້າມີຂາຮຸ່ນ(ຫຸ້ນສ່ວນ) ຕ້ອງມີໜັງສືບັນທຶກກອງປະຊຸມໃນການເຄື່ອນໄຫວຕ່າງໆ

ສຳລັບ ບຸກຄົນທົ່ວໄປ:

  • ບັດປະຈຳຕົວ, ສຳະໂນຄົວ ຫຼື ພາສປອດ (ຄົນລາວ)
  • ພາສປອດ (ຄົນຕ່າງປະເທດ)

ຄ່າທຳນຽມຖອນ ຫຼື ປິດບັນຊີກ່ອນກຳນົດ :

  • ສະກຸນເງິນກີບ:   120,000 ກີບ
  • ສະກຸນເງິນບາດ:  500 ບາດ
  • ສະກຸນເງິນໂດລາ: 15 ໂດລາ
  • ສະກຸນເງິນຢວນ:  100 ຢວນ

ອັດຕາດອກເບ້ຍຝາກປະຈຳ :