ບັນຊີເງິນຝາກປະຢັດ
ວັດຖຸປະສົງ:
ບັນຊີຝາກປະຢັດ (Saving Account) ເປັນບັນຊີທີ່ສາມາດ ຝາກ – ຖອນໄດ້ຕະຫຼອດເວລາ, ສາມາດເປີດໄດ້ເປັນບຸກຄົນ ແລະ ນິຕິບຸກຄົນ ໃຫ້ບໍລິການເງິນຝາກໄດ້ເຖິງ 4 ສະກຸນເງິນຄື: ສະກຸນເງິນກີບ, ບາດ, ໂດລາ ແລະ ຢວນ.
ປະໂຫຍດທີ່ໄດ້ຮັບ:
- ສາມາດຝາກ – ຖອນ ໄດ້ກັບທຸກໜ່ວຍບໍລິການຂອງ ທຄຮ ທົ່ວປະເທດ;
- ສາມາດໃຊ້ບັນຊີເງິນຝາກປະຢັດສະໝັກບັດ UnionPay, ບັດ VISA Debit (ສະເພາະສະກຸນໂດລາ) ເພື່ອນໍາໃຊ້ ໂອນເງິນຜ່ານຕູ້ ATM ແລະ ຊຳລະຄ່າສິນຄ້າ ຫຼື ບໍລິການ ຜ່ານເຄື່ອງຮູດ EDC ຂອງ ທຄຮ ພ້ອມທັງ ສະໝັກແອັບ JDB Yes ເພື່ອ ນໍາໃຊ້ໃນການເຮັດທຸລະກຳຕ່າງໆ.
- ສາມາດນຳໃຊ້ ເພື່ອຢັ້ງຢືນຖານະທາງການເງິນ;
- ຮັບດອກເບ້ຍ ຕາມການກໍານົດຂອງ ທຄຮ ແຕ່ລະໄລຍະ.
ເງື່ອນໄຂໃນການເປີດບັນຊີ:
- ອາຍຸ 15 ປີຂຶ້ນໄປຈຶ່ງສາມາດເປີດໄດ້
- ກຳນົດຈ່າຍດອກເບ້ຍທ້າຍເດືອນ 06 ແລະ ທ້າຍເດືອນ 12
ເງິນຝາກຂັ້ນຕ່ຳ ແລະ ເງິນຄ້າງໃນບັນຊີ:
- 50,000 ກີບ
- 10 ໂດລາ
- 500 ບາດ
- 100 ຢວນ
ໝາຍເຫດ : ຄ່າທຳນຽມປິດບັນຊີ ກ່ອນ 6 ເດືອນ ເສຍຄ່າທໍານຽມ 50,000 ກີບ, 200 ບາດ, 6 ໂດລາ, 50 ຢວນ
ເອກະສານໃນການເປີດບັນຊີ :
ສຳເນົາບັດປະຈຳຕົວ ຫຼື ສຳມະໂນຄົວ ຫຼື ພາສປອດ
ອັດຕາດອກເບ້ຍ :
