ໜັງສືຄໍ້າປະກັນ
ວັດຖຸປະສົງ:
ບໍລິການອອກໜັງສືສັນຍາ ເພື່ອຄໍ້າປະກັນສະຖານະການເງິນໃຫ້ແກ່ ບໍລິສັດ ແລະ ບຸກຄະລາກອນທົ່ວໄປ ທີ່ຍື່ນຊອງປະມູນ ຫຼື ຕິດຕໍ່ເຮັດສັນຍາກັບ ລັດຖະບານ ຫຼື ຜູ້ຮັບຜົນປະໂຫຍດອື່ນໆ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ທຸກທ່ານໃນການດຳເນີນທຸລະກິດ ແລະ ຖືກຕ້ອງຕາມກົດໝາຍ, ເຊື່ອໝັ້ນໃນການພົວພັນ ກັບ ທຄຮ.
ປະໂຫຍດທີ່ໄດ້ຮັບ:
ສະໜັບສະໜູນດ້ານເງິນໜູນວຽນ ໃຫ້ທຸລະກິດ ໃນຊ່ວງເລັ່ງດ່ວນ;
ອະນຸມັດເງິນພາຍໃນ 5 ມື້. (ເມື່ອກວດກາເອກະສານຄົບຖ້ວນ);
ປະກອບເອກະສານກູ້ຢືມງ່າຍ, ວ່ອງໄວ;
ຄິດໄລ່ດອກເບ້ຍ ແບບຫລຸດຕົ້ນຫລຸດດອກ.
ເອກະສານປະກອບມີ:
ຄໍາຮ້ອງຂໍອອກໜັງສືຄ້ຳປະກັນ;
ແບບຟອມໜັງສືຄ້ຳປະກັນ (ຕາມແບບຟອມຂອງ ທຄຮ);
ເອກະສານຂໍກູ້ເງິນ;
ເອກະສານຫຼັກຊັບຄ້ຳປະກັນ;
ເອກະສານທີ່ກ່ຽວຂ້ອງອື່ນໆ (ຖ້າມີ).
ສອບຖາມຂໍ້ມູນເພີ່ມເຕີມ:
ກະລຸນາພົວພັນ ທະນາຄານຮ່ວມພັດທະນາ, ສຳນັກງານໃຫຍ່ ຫຼື ໜ່ວຍບໍລິການ ໃນທົ່ວປະເທດ ໂທ: 021-213531-6.