ບໍລິການເງິນກູ້ປະຈຳ
ວັດຖຸປະສົງ:
ເງິນກູ້ປະຈໍາໄລຍະຍາວ ເພື່ອອຳນວຍຄວາມສະດວກ ສະໜັບສະໜູນທາງດ້ານການເງິນ ເພື່ອການສົມທົບທຶນໃຫ້ແກ່ລູກຄ້າ ທີ່ຕ້ອງການດຳເນີນທຸລະກິດ ກ່ຽວກັບບັນດາຂະແໜງການ ເຊັ່ນ: ອຸດສະຫະກໍາ, ການຄ້າ, ກໍ່ສ້າງ, ຂົນສົ່ງ, ສະໜອງວັດຖຸເຕັກນິກ, ກະສິກຳປ່າໄມ້ ແລະ ອື່ນໆ ເພື່ອເປັນທຶນໝູນວຽນ ໃນການປະກອບກິດຈະການ. ທະນາຄານຈະຄິດໄລ່ດອກເບ້ຍແບບ ຫລຸດຕົ້ນຫລຸດດອກ ເຊິ່ງຜູ້ກູ້ຢືມສາມາດຜ່ອນຊໍາລະຕົ້ນທຶນພ້ອມດອກເບ້ຍ ຕາມງວດທີ່ໄດ້ຕົກລົງກັນໃນສັນຍາ, ການອະນຸມັດເງິນກູ້ປະຈໍາ ອີງໃສ່ລາຍຮັບທີ່ແນ່ນອນ ເຊິ່ງແບ່ງອອກເປັນ 3 ໄລຍະຄື: ເງິນກູ້ໄລຍະສັ້ນ 1 ປີ ລົງມາ, ເງິນກູ້ໄລຍະກາງ 1-3 ປີ ແລະ ເງິນກູ້ໄລຍະຍາວ 3-5 ປີ.
ປະໂຫຍດທີ່ໄດ້ຮັບ:
ເພີ່ມທຶນໃນການຕໍ່ຍອດໄດ້ສູງສຸດ;
ຜ່ອນຊຳລະໄດ້ດົນສູງສຸດ 5 ປີ;
ສະໜັບສະໜູນດ້ານເງິນໜູນວຽນ ໃຫ້ທຸລະກິດໃນຊ່ວງເລັ່ງດ່ວນ;
ອະນຸມັດເງິນພາຍໃນ 21 ມື້ (ເມື່ອກວດເອກະສານຖືກຕ້ອງ ແລະ ຄົບຖ້ວນ);
ປະກອບເອກະສານກູ້ຢືມງ່າຍ, ວ່ອງໄວ;
ຄິດໄລ່ດອກເບ້ຍ ແບບຜ່ອນ ຫລຸດຕົ້ນຫລຸດດອກເບ້ຍ.
ເງື່ອນໄຂການໃຊ້ບໍລິການ:
ທ່ານຈະໄດ້ຮັບວົງເງິນກູ້ ຕາມຄວາມຕ້ອງການຂອງເງິນທຶນຕົວຈິງ ທີ່ຂຶ້ນກັບຄວາມສາມາດໃນການສ້າງກຳໄລ ໃນທຸລະກິດ, ມູນຄ່າຫຼັກຊັບຄໍ້າປະກັນ, ຄວາມສ່ຽງ ແລະ ການພິຈາລະນາຂອງ ທຄຮ.
ໝາຍເຫດ:
- ອັດຕາດອກເບ້ຍເງິນກູ້ ແຕ່ລະປະເພດດັ່ງກ່າວ ເປັນອດຕາດອກເບ້ຍຕໍ່ປີ;
- ລູກຄ້າສາມາດຢືມເງິນ ຕາມຂອບເຂດເວລາທີ່ກຳນົດໃນແຕ່ລະປະເພດເງິນກູ້ດັ່ງກ່າວ;
- ອັດຕາດອກເບ້ຍເງິນກູ້ດ່ວນ ແມ່ນອັດຕາດອກເບ້ຍຕໍ່ເດືອນ ແລະ ຄ່າທຳນຽມອະນຸມັດ ແມ່ນເກັບຄັ້ງດຽວ ພາຍຫຼັງອະນຸມັດສິນເຊື່ອ ແລະ ສັນຍາ;
- ເງິນກູ້ດ່ວນຕ້ອງມີຫຼັກຊັບຄ້ຳປະກັນ ເຊິ່ງລູກຄ້າອາດຈະເອົາເງິນຝາກ, ທີ່ດິນ, ເຮືອນພ້ອມທີ່ດິນ ຫຼື ພາຫະນະ ມາເປັນຫຼັກຊັບຄ້ຳປະກັນ ໄດ້;
- ສຳລັບລູກຄ້າດີ ຄະນະບໍລິຫານ ສາມາດພິຈາລະນາອັດຕາດອກເບ້ຍທີ່ເໝາະສົມໃຫ້ໄດ້;
- ເງື່ອນໄຂເພີ່ມເຕີມ ຫຼື ຄຳແນະນຳ ການຈັດຕັ້ງປະຕິບັດຈະແຍກອອກເປັນສ່ວນໜື່ງຕ່າງຫາກ.
ເອກະສານປະກອບມີ:
ຄຳຮ້ອງຂໍກູ້ຢືມ (ຕາມແບບຟອມທະນາຄານ);
ຊີວະປະຫວັດຂອງຜູ້ກູ້;
ປະຫວັດການດຳເນີນທຸລະກິດ;
ແຜນຄາດຄະເນລາຍຮັບ-ລາຍຈ່າຍ (ຊັບສິນ, ໜີ້ສິນ);
ສຳເນົາ ປື້ມສໍາມະໂນຄົວ, ບັດປະຈຳຕົວ ຫຼື Passport (ຜູ້ກູ້ຢືມ & ຜູ້ຄ້ຳປະກັນ);
ເອກະສານ ໃບຢັ້ງຢືນທີ່ຢູ່ (ຜູ້ກູ້ຢືມ & ຜູ້ຄ້ຳປະກັນ)
ສຳເນົາ ເອກະສານ ທະບຽນທຸລະກິດ ແລະ ທະບຽນອາກອນ;
ສຳເນົາ ໃບອະນຸຍາດດຳເນີນທຸລະກິດ;
ໃບຕົກລົງມອບສິດ ເພື່ອຂໍສິນເຊື່ອ (ກໍລະນີມີຂາຮຸ້ນ);
ສຳເນົາ ຫຼັກຊັບຄ້ຳປະກັນ ຫຼື ໃບມອບສິດຫຼັກຊັບຄ້ຳປະກັນ (ຖ້າເປັນຂອງບຸກຄົນອື່ນ);
ບໍລິສັດ ຕ້ອງປະກອບເອກະສານ ເພີ່ມເຕີມ ຄື: ເອກະສານແຕ່ງຕັ້ງ ຫຼື ໃບມອບອຳນາດ ຈາກບໍລິສັດ; ມະຕິກອງປະຊຸມຂອງ ບໍລິສັດ ກົດລະບຽບຂອງບໍລິສັດ, ງົບດຸນ (ໃບດຸນດ່ຽງຖານະການເງິນຍ້ອນຫຼັງ 06 ເດືອນ);
ເອກະສານອື່ນໆ ທີ່ທະນຄານຕ້ອງການເພີ່ມເຕີມ.
ໝາຍເຫດ:
ສະເພາະລູກຄ້າເກົ່າທີ່ມີປະຫວັດການຊຳລະເງິນກູ້ທີ່ດີ ແລະ ມີການເຄື່ອນໄຫວບັນຊີທາງດ້ານເງິນຝາກ ກັບ ທຄຮ ຈະພິຈາລະນາເປັນພິເສດ ຈະພິຈາລະນາໃຫ້ວົງເງິນບັດ Credit ບໍ່ເກີນກວ່າເງິນກູ້ ທີ່ມີການຊຳລະໄປແລ້ວ;
ສະເພາະລຸກຄ້າໃໝ່ ທີ່ຂໍອະນຸມັດວົງເງິນກູ້ ຈະພິຈາລະນາ ໃຫ້ວົງເງິນກູ້ ພ້ອມກັບວົງເງິນບັດ Creditໂດຍມີຫຼັກປະກັນດຽວກັນ;
ຄ່າທຳນຽມຂື້ນກັບ ທຄຮ ກໍານົດໃນແຕ່ລະໄລຍະ.
ສອບຖາມຂໍ້ມູນເພີ່ມເຕີມ:
ກະລຸນາພົວພັນ ຂະແໜງສິນເຊື່ອທຸລະກິດ ໂທ: 021-215595, ແຟັກ: 021-223431