![]()
ເຮືອທະນາຄານ JDB ຄອງແຊ້ມເຮືອປະເພນີ 30 ສີພາຍ ບຸນອອກພັນສາທ່າວັດຈັນ ປະຈຳປີ 2026 ![]()
ການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ປະຈຳປີ 2026 ໄດ້ສິ້ນສຸດລົງຢ່າງຈົບງາມ ໃນວັນທີ 27 ຕຸລາ 2026 ນີ້, ໂດຍເຮືອທະນາຄານຮ່ວມພັດທະນາ (JDB) ສາມາດຄວ້າແຊ້ມໃນປະເພດເຮືອ 30 ສີພາຍ ຄອງຂັນລາງວັນພ້ອມເງິນສົດ 40 ລ້ານກີບ ແລະ ຂັນໜູນວຽນ. ![]()
ຜົນການແຂ່ງຂັນເຮືອ 30 ສີພາຍ:
ອັນດັບ 1: ເຮືອທະນາຄານຮ່ວມພັດທະນາ (JDB) ຮັບເງິນລາງວັນ 40,000,000 ກີບ ພ້ອມຂັນລາງວັນ ແລະ ຂັນໜູນວຽນ.
ທີ
: ເຮືອຈໍາປາເຮືອຊ່ວງ ໄດ້ຮັບຂັນລາງວັນ, ພ້ອມລາງວັນເງິນສົດ 35,000,000 ກີບ;
ທີ
: ເຮືອບໍລິສັດອິນຊີແອັດແຊັດ ໄດ້ຮັບຂັນລາງວັນ, ພ້ອມລາງວັນເງິນສົດ 30,000,000 ກີບ; ທີ 4 ເຮືອເພັດມີໄຊ ຕາວັນໃຕ້ຟ້າ ບ້ານສີຖານໃຕ້ ໄດ້ຮັບຂັນລາງວັນ, ພ້ອມລາງວັນເງິນສົດ 25,000,000 ກີບ.
ປະເພດເຮືອ 12 ສີພາຍຍິງ:
ທີ
: ເຮືອແມ່ຍິງກຸ່ມການນໍາເມືອງຈັນທະບູລີ ໄດ້ຮັບຂັນລາງວັນ, ພ້ອມລາງວັນເງິນສົດ 8,000,000 ກີບ;
ທີ
: ເຮືອຕາແສງວັດຈັນ ໄດ້ຮັບຂັນລາງວັນ, ພ້ອມລາງວັນເງິນສົດ 7,000,000 ກີບ;
ທີ
: ເຮືອຕາແສງໜອງທາ ໄດ້ຮັບຂັນລາງວັນ, ພ້ອມລາງວັນເງິນສົດ 6,000,000 ກີບ ແລະ
ທີ
: ເຮືອຕາແສງໂພນຕ້ອງ ໄດ້ຮັບຂັນລາງວັນ, ພ້ອມລາງວັນເງິນສົດ 5,000,000 ກີບ;
ເຮືອ 12 ສີພາຍຊາຍ:
ທີ
: ເຮືອການນໍາເມືອງຈັນທະບູລີ;
ທີ
: ເຮືອຕາແສງໜອງທາ;
ທີ
: ເຮືອຕາ ແສງວັດຈັນ ແລະ
ທີ
: ເຮືອຕາແສງໂພນຕ້ອງ.
![]()
ສ່ວນລາງວັນທີ 1; ທີ 2; ທີ 3 ແລະ ທີ 4 ໄດ້ຮັບຄືກັນກັບລາງວັນເຮືອ 12 ສີພາຍຍິງ.
ເຊິ່ງການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026 ມີເຮືອເຂົ້າຮ່ວມທັງໝົດ 18 ລໍາ. ໃນນັ້ນ, ມີເຮືອປະເພນີ 30 ສີພາຍ ເຂົ້າຮ່ວມ 10 ລຳ, ເຮືອ 12 ສີພາຍ (ຍິງ-ຊາຍ) 8 ລໍາ.
ໃນພິທີ, ຍັງມີການມອບລາງວັນເຮືອໄຟສາມັກຄີ ຊຶ່ງຜົນປະກົດວ່າ:
ທີ
: ເຮືອໄຟສາມັກຄີໂຮງແຮມລືໄຊ ໄດ້ຮັບເງິນລາງວັນ 24,000,000 ກີບ;
ທີ
: ເຮືອໄຟສາມັກຄີຕາແສງໜອງທາ ໄດ້ຮັບເງິນລາງວັນ 21,000,000 ກີບ;
ທີ
: ເຮືອໄຟສາມັກຄີ ຕາແສງວັດຈັນ ເມືອງຈັນທະບູລີ ໄດ້ຮັບເງິນລາງວັນ 19,000,000 ກີບ;
ທີ
: ເຮືອໄຟ ສາມັກຄີຊາວບ້ານທົ່ງຂັນຄໍາ ໄດ້ຮັບເງິນລາງວັນ 17,000,000 ກີບ.

