ທະນາຄານຮ່ວມພັດທະນາ JDB ກຽມອອກຈໍາໜ່າຍຮຸ້ນຄັ້ງອິດ ( IPO ) ແລະ ຈົດທະບຽນເຂົ້າໃນຕະຫຼາດຫຼັກຊັບລາວ



——————————————————
ໃນຕອນເຊົ້າຂອງວັນທີ 01 ມີນາ 2025, ທີ່ສໍານັກງານໃຫຍ່ ທະນາຄານ ຮ່ວມພັດທະນາ (JDB) ໄດ້ມີພິທີເຊັນສັນຍາວ່າດ້ວຍ ການບໍລິການທີ່ປຶກສາດ້ານການເງິນ ໃນການອອກຈຳໜ່າຍຮຸ້ນໃຫ້ແກ່ມວນຊົນຄັ້ງທຳອິດ (IPO) ລະຫວ່າງ ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ ແລະ ທະນາຄານ ຮ່ວມພັດທະນາ ໂດຍການເຂົ້າຮ່ວມຂອງ ທ່ານ ລິນ ລີ ຜູ້ອໍານວຍການ ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ, ທ່ານ ສາຄອນ ຍໍພັນໄຊ ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ, ພ້ອມດ້ວຍການເປັນສັກຂີພິຍານໂດຍ ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ກໍາມະການ ຄະນະກໍາມະການຄຸ້ມຄອງຫຼັກຊັບ, ທ່ານ ນາງ ວຽງດາລີ ສຸພານຸວົງ ຮອງຫົວໜ້າສໍານັກງານ ຄະນະກໍາມະການຄຸ້ມຄອງຫຼັກຊັບ, ທ່ານ ເອກະພັນ ພະພິທັກ, ປະທານຜູ້ຖືຮຸ້ນຂອງທະນາຄານຮ່ວມພັດທະນາ (JDB), ພ້ອມດ້ວຍຄະນະອໍານວຍການ ແລະ ພະນັກງານຂອງທັງສອງຝ່າຍເຂົ້າຮ່ວມ.
ທ່ານ ສາຄອນ ຍໍພັນໄຊ ໄດ້ໃຫ້ຄໍາເຫັນໃນພິທີເຊັນສັນຍາດັ່ງກ່າວວ່າ ການຕັດສິນໃຈອອກຈໍາໜ່າຍຮຸ້ນ ໃຫ້ແກ່ມວນຊົນຄັ້ງທຳອິດ (IPO) ຂອງທະນາຄານຮ່ວມພັດທະນາໃນຄັ້ງນີ້ ຈະເປັນການເປີດກວ້າງໃຫ້ແກ່ຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດໃນການເຂົ້າມາລົງທຶນ. ການເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ ຍັງເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ລູກຄ້າ ແລະ ຜູ້ລົງທຶນທົ່ວໄປ ເນື່ອງຈາກການທີ່ຈະເປັນບໍລິສັດຈົດທະບຽນໄດ້ນັ້ນ ທະນາຄານ JDB ຈະຕ້ອງມີການປັບປຸງໂຄງສ້າງ ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມເງື່ອນໄຂ ແລະ ມາດຕະຖານຂອງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບລາວ. ພ້ອມດຽວກັນນັ້ນ ກໍ່ຍັງຈະເປັນການເປີດໂອກາດໃຫ້ແກ່ບັນດາລູກຄ້າ, ພະນັກງານຂອງທະນາຄານ JDB ແລະ ມວນຊົນທົ່ວໄປໃນການເຂົ້້າມາມີສ່ວນຮ່ວມ ຫຼື ເປັນເຈົ້າຂອງທະນາຄານ JDB ອີກດ້ວຍ.
ທ່ານ ລິນ ລີ ຍັງໄດ້ໃຫ້ຄໍາເຫັນວ່າ ທະນາຄານຮ່ວມພັດທະນາ (JDB) ຖືເປັນທະນາຄານທຸລະກິດເອກະຊົນລາວແຫ່ງທໍາອິດ ທີ່ຕັດສິນໃຈອອກຈໍາໜ່າຍຮຸ້ນ IPO ແລະ ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ, ເຊິ່ງບາດກ້າວທີ່ສໍາຄັນຂອງທະນາຄານຮ່ວມພັດທະນາ JDB ໃນຄັ້ງນີ້ ຈະຊ່ວຍໃຫ້ທະນາຄານສາມາດລະດົມທຶນ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ໂຄງສ້າງທຶນຂອງຕົນ, ເພີ່ມຄວາມສາມາດໃນການແຂ່ງຂັນ, ເພີ່ມການປ່ອຍສິນເຊື່ອ, ລວມທັງຂະຫຍາຍບໍລິການຕ່າງໆ ແລະ ເປັນການດຶງດູດຜູ້ລົງທຶນທັງຈາກພາຍໃນ ແລະ ຕ່າງປະເທດ. ນອກຈາກນີ້ ທະນາຄານຮ່ວມພັດທະນາ ກໍ່ຈະເປັນທະນາຄານທຸລະກິດແຫ່ງທີ່ສອງທີ່ຈະເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ, ເຊິ່ງຈະເປັນການເພີ່ມຄວາມຫຼາກຫຼາຍໃນການເລືອກລົງທຶນໃຫ້ແກ່ຜູ້ລົງທຶນ, ເພີ່ມສະພາບຄ່ອງໃນຕະຫຼາດທຶນ ແລະ ເສີມສ້າງຄວາມເຊື່ອໝັ້ນໃນລະບົບຕະຫຼາດທຶນລາວໃຫ້ຫຼາຍຂຶ້ນ.
ໃນພິທີດັ່ງກ່າວ, ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ຍັງໄດ້ມີຄໍາເຫັນວ່າ ການຮ່ວມມືລະຫວ່າງ ທະນາຄານຮ່ວມພັດທະນາ ແລະ ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ ໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນຕໍ່ທັງຂະແໜງການທະນາຄານ ແລະ ຕະຫຼາດທຶນໂດຍລວມ, ທ່ານເອງຍັງເຊື່ອໝັ້ນວ່າທະນາຄານຮ່ວມພັດທະນາ ແມ່ນມີຄວາມພ້ອມສູງ ບວກກັບການໄດ້ຮັບຄໍາແນະນໍາຈາກທີ່ປຶກສາດ້ານການເງິນທີ່ມີປະສົບການຄື ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ ຈະຊ່ວຍໃຫ້ທະຄານຮ່ວມພັດທະນາ (JDB) ສາມາດເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວໄດ້ຢ່າງສະຫງ່າຜ່າເຜີຍ ພ້ອມທັງຈະຊ່ວຍສ້າງສີສັນໃຫ້ແກ່ຕະຫຼາດທຶນລາວອີກດ້ວຍ.
———————————


LINE: @jdbbank
IG: jdbbanklaos
Tiktok : jdbbanklaos
Youtube: jdbbanklao