ກອງປະຊູມສາມັນ 07 scaled

The Annual General Meeting of Shareholders of Joint Development Bank Public For the year 2025

[[ English Below ]]

ໃນຕອນເຊົ້າ ວັນທີ່ 29 ເມສາ 2026 ຢູ່ທີ່ຫ້ອງປະຊູມໃຫຍ່ຊັ້ນ 6, ທະນາຄານຮ່ວມພັດທະນາ ມະຫາຊົນ (ທຄຮ), ນະຄອນຫຼວງວຽງຈັນ, ໄດ້ເປີດກອງປະຊຸມສາມັນຜູ້ຖືຮຸ້ນ ປະຈໍາປີ 2025 ໂດຍການເປັນປະທານກອງປະຊຸມຂອງ ທ່ານ ວິໄລ ສີພະພອນ, ປະທານສະພາບໍລິຫານ ທຄຮ, ມີສະມາຊິກພາບໍລິຫານ,​ ຄະນະອໍານວຍການ, ຕາງໜ້າສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ, ຕາງໜ້າຕະຫຼາດຫຼັກຊັບລາວ, ຕາງໜ້າບໍລິສັດກວດສອບບັນຊີພາຍນອກ ແລະ ຜູ້ຖືຮຸ້ນ.

ໃນກອງປະຊຸມ, ມີຜູ້ຖືຮຸ້ນທີ່ໄດ້ລົງທະບຽນເຂົ້າຮ່ວມດ້ວຍຕົນເອງ 50 ທ່ານ ເຊິ່ງລວມເປັນຈຳນວນຮຸ້ນ 658,184,634 ຮຸ້ນ ຫຼື ເທົ່າກັບ 87.758 % ຂອງຈຳນວນຮຸ້ນທັງໝົດ; ມີຜູ້ຖືຮຸ້ນທີ່ໄດ້ມອບສິດ 1 ທ່ານ ເຊິ່ງລວມເປັນຈຳນວນຮຸ້ນ 30,359,975 ຮຸ້ນ ຫຼື ເທົ່າກັບ 4.048%; ມີຜູ້ເຂົ້າຮ່ວມທາງອອນລາຍຈຳນວນ 308 ທ່ານ ເຊິ່ງລວມເປັນຈຳນວນຮຸ້ນ 14,357,091 ຮຸ້ນ ຫຼື ເທົ່າກັບ 1.941%. ລວມອົງປະຊຸມທັງໝົດ ມີຜູ້ຖືຮຸ້ນເຂົ້າຮ່ວມ 359 ທ່ານ ເຊິ່ງລວມເປັນຈຳນວນຮຸ້ນ 702,901,700 ຮຸ້ນ, ຫຼື ເທົ່າກັບ 93.720 % ຈາກຜູ້ຖືຮຸ້ນທີ່ມີທັງໝົດ 2,054 ທ່ານ ເຊິ່ງລວມເປັນຈໍານວນຮຸ້ນ 750,000,000 ຮຸ້ນ. ສໍາລັບຮຸ້ນທີ່ບໍ່ໄດ້ເຂົ້າຮ່ວມກອງປະຊຸມ ມີຈໍານວນ 47,098,300 ຮຸ້ນ ເທົ່າກັບ 6.28 % ຂອງຈໍານວນຮຸ້ນ ທຄຮ ທັງໝົດ.

ກອງປະຊຸມເລີ່ມດ້ວຍ ທ່ານ ວິໄລ ສີພະພອນ, ປະທານສະພາບໍລິຫານ ທຄຮ ໄດ້ກ່າວຕ້ອນຮັບ ແລະ ກ່າວເປີດກອງປະຊຸມ ຢ່າງເປັນທາງການ, ຈາກນັ້ນ ທ່ານ ສາຄອນ ຍໍພັນໄຊ, ຜູ້ອໍານວຍການ ທຄຮ ກໍໄດ້ດໍາເນີນວາລະກອງປະຊຸມ ເຊິ່ງລວມມີ 10 ວາລະ ດັ່ງນີ້:

ວາລະທີ 1: ພິຈາລະນາ ແລະ ຮັບຮອງເອົາ ບົດບັນທຶກກອງປະຊຸມສາມັນຜູ້ຖືຮຸ້ນ ປະຈໍາປີ 2024;

ວາລະທີ 2: ພິຈາລະນາ ແລະ ຮັບຮອງເອົາ ແຜນເພີ່ມທຶນຈົດທະບຽນ ໂດຍການນໍາໃຊ້ສ່ວນເພີ່ມມູນຄ່າຮຸ້ນ (Share Premium) ເພື່ອອອກຮຸ້ນລາງວັນ (Bonus Issue) ໃຫ້ແກ່ຜຸ້ຖືຮຸ້ນເດີມ;

ວາລະທີ 3: ພິຈາລະນາ ແລະ ຮັບຮອງເອົາ ຜົນການດໍາເນີນງານ ແລະ ບົດລາຍງານຖານະການເງິນ ປະຈໍາປີ 2025;

ວາລະທີ 4: ພິຈາະນາ ແລະ ຮັບຮອງເອົາ ແຜນການດໍາເນີນທຸລະກິດ ປີ 2026;

ວາລະທີ 5: ພິຈາລະນາ ແລະ ຮັບຮອງເອົາ ການລົງທຶນໃນກອງທຶນສ່ວນບຸກຄົນ;

ວາລະທີ 6: ພິຈາລະນາ ແລະ ຮັບຮອງເອົາ ການຮ່ວມທຶນສ້າງຕັ້ງບໍລິສັດລາວ ບໍລິຫານຊັບສິນ ຈໍາກັດ (Lao Asset Management Company);

ວາລະທີ 7: ພິຈາລະນາ ແລະ ຮັບຮອງເອົາ ແຜນການຈ່າຍເງິນປັນຜົນ ປະຈໍາປີ 2025 ຂອງ ທຄຮ;

ວາລະທີ 8: ພິຈາລະນາ ແລະ ຮັບຮອງເອົາ ການແຕ່ງຕັ້ງບໍລິສັດກວດສອບບັນຊີພາຍນອກ ປີ 2026;

ວາລະທີ 9: ພິຈາລະນາ ແລະ ຮັບຮອງເອົາ ການປັບປຸງໂຄງຮ່າງການຈັດຕັ້ງ ຂອງ ທຄຮ;

ວາລະທີ 10: ພິຈາລະນາ ແລະ ຮັບຮອງເອົາ ກົດລະບຽບຂອງ ທຄຮ (ສະບັບປັບປຸງ).

ກອງປະຊຸມໄດ້ດໍາເນີນວາລະຢ່າງຄົບຖ້ວນ ເຊິ່ງໄດ້ພິຈາລະນາ ແລະ ຮັບຮອງເອົາ ທັງໝົດ 10 ວາລະ ແລະ ກອງປະຊຸມໄດ້ມີມະຕິຮັບຮອງດ້ວຍຄະແນນສຽງສ່ວນຫຼາຍຂອງຜູ້ຖືຮຸ້ນ ທີ່ເຂົ້າຮ່ວມກອງປະຊຸມ. ໃນນັ້ນ, ກອງປະຊຸມໄດ້ຮັບຮອງເອົາແຜນການຈ່າຍເງິນປັນຜົນ ປະຈຳປີ 2025 ຂອງ ທຄຮ ຄື: ຈ່າຍເງິນປັນຜົນ 800 ກີບ/ຮຸ້ນ, ລວມມູນຄ່າເງິນປັນຜົນທັງໝົດ 600,000,000,000 ກີບ ໂດຍໄດ້ກໍານົດມື້ຈ່າຍເງິນປັນຜົນ ແມ່ນວັນທີ 25 ພຶດສະພາ 2026.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ວິໄລ ສີພະພອນ, ປະທານສະພາບໍລິຫານ ທຄຮ ກໍໄດ້ກ່າວປິດກອງປະຊຸມຢ່າງເປັນທາງການ, ພ້ອມທັງໄດ້ອວຍໄຊໃຫ້ພອນ ແດ່ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສໍາເລັດ ໃນທຸລະກິດຂອງຕົນ ໃຫ້ມີການຂະຫຍາຍຕົວຍິ່ງໆ ຂຶ້ນໄປ ຕາມຄໍາຂວັນ ຂອງທະນາຄານຮ່ວມພັດທະນາ ມະຫາຊົນ ກໍຄື “ເຕີບໃຫຍ່ໄປພ້ອມກັນ”.

The Annual General Meeting of Shareholders of Joint Development Bank Public For the year 2025

In the Morning on Wednesday, 29 April 2026 at 6th floor Meeting Room, Joint Development Bank Public (JDB), Vientiane Capital, The Annual General Meeting of Shareholders of Joint Development Bank Public For the year 2025 was presided over by Mr. Vilay SYPHAPHONE, Chairman of JDB’s Board of Directors, together with Directors of the Board of Directors, Board of Management, Representatives of Lao Securities Commission, Lao Securities Exchange, External audit firm and shareholders.

The Meeting was attended by themselves 50 shareholders with total 658,184,634 shares or equal to 87.758% of the total shares of JDB; 1 proxie with total 30,359,975 shares or equal to 4.048%; 308 online participant with total 14,357,091 shares or equal to 1.941%. The quorum of the Meeting was attended with total 359 shareholders with total 702,901,700 shares or equal to 93.720% of the total 2,054 shareholders of total 750,000,000 shares. The number of shares not attending the Meeting was 47,098,300 shares, equivalent to 6.28% of the total shares of JDB.

The meeting commenced with Mr. Vilay SYPHAPHONE, Chairman of the Board of Directors of JDB, delivering a welcome address and formally opening the meeting. Subsequently, Mr. Sakhone YORPHANXAY, Managing Director of JDB, proceeded to lead the meeting agenda, which comprised 10 agenda as follows:

Agenda 1: To consider and adopt the Resolution of the 2024 Annual General Meeting of Shareholders.

Agenda 2: To consider and approve the Registered Capital Increase via Share Premium for a Bonus Issue to existing shareholders.

Agenda 3: To consider and approve the annual report on the operational performance and the Audited financial statements of JDB for the year 2025.

Agenda 4: To consider and approve the business plan of the year 2026.

Agenda 5: To consider and approve the investment in Individual Fund.

Agenda 6: To consider and approve the Joint Venture to establish Lao Asset Management Company Limited.

Agenda 7: To consider and approve the dividend Distribution plan of JDB for the year 2025.

Agenda 8: To consider and approve the appointment of the External Auditor for the 2026 fiscal year.

Agenda 9: To consider and approve the amendment of JDB’s Organizational Chart.

Agenda 10: To consider and approve the amendment of JDB’s Articles of Association.

The meeting was conducted with all agenda items completed by considered and approved the total of 10 agenda items were reviewed and approved, and the resolutions were passed by a majority vote of the shareholders attending the meeting. In particular, the meeting approved the dividend payment plan of JDB as follows: proposed dividend of 800 LAK/share, with a total dividend amount of 600,000,000,000 LAK. Dividend payment date: 25 May 2026.

At the end of the meeting, Mr. Vilay SYPHAPHONE, Chairman of the Board of Directors of JDB, officially delivered the closing remarks. He also extended his best wishes to all participants, wishing them good health and continued success in their businesses, with further growth and expansion in line with the bank’s motto: “BLOOMING TOGETHER”.