ສິນເຊື່ອທຸລະກິດ

ສິນເຊື່ອທຸລະກິດ
ບໍລິການເງິນກູ້ເບີກເກີນບັນຊີ
ໃຫ້ບໍລິການເງິນກູ້ໄລຍະສັ້ນ ເພື່ອສະໜັບສະໜູນເງິນທຶນ ໃຫ້ແກ່ຜູ້ທີ່ດຳເນີນທຸລະກິດ ກ່ຽວກັບພາກສ່ວນຂະແໜງການ ຄື: ອຸດສະຫະກໍາ, ການຄ້າ, ກໍ່ສ້າງ, ຂົນສົ່ງ, ສະໜອງວັດຖຸເຕັກນິກ, ກະສິກຳປ່າໄມ້ ແລະ ອື່ນໆ ເຊິ່ງມີໄລຍະເວລາຊໍາລະເງິນຄືນພາຍໃນ 1 ປີ ເຊິ່ງເປັນທຶນໝູນວຽນ ເພື່ອເສີມສະພາບຄ່ອງໃຫ້ແກ່ທຸລະກິດ ໃນຊ່ວງເລັ່ງດ່ວນ.

ສິນເຊື່ອທຸລະກິດ
ບໍລິການເງິນກູ້ປະຈຳ
ເງິນກູ້ປະຈໍາໄລຍະຍາວ ເພື່ອອຳນວຍຄວາມສະດວກ ສະໜັບສະໜູນທາງດ້ານການເງິນ ເພື່ອການສົມທົບທຶນໃຫ້ແກ່ລູກຄ້າ ທີ່ຕ້ອງການດຳເນີນທຸລະກິດ ກ່ຽວກັບບັນດາຂະແໜງການ ເຊັ່ນ: ອຸດສະຫະກໍາ, ການຄ້າ, ກໍ່ສ້າງ, ຂົນສົ່ງ, ສະໜອງວັດຖຸເຕັກນິກ, ກະສິກຳປ່າໄມ້ ແລະ ອື່ນໆ ເພື່ອເປັນທຶນໝູນວຽນ ໃນການປະກອບກິດຈະການ.

ສິນເຊື່ອທຸລະກິດ
ບໍລິການຊື້ຫຼຸດຕົ໋ວເງິນ
ບໍລິການໃຫ້ກູ້ຢືມ ເພື່ອເພີ່ມສະພາບຄ່ອງໃນໄລຍະສັ້ນ ໂດຍລູກຄ້ານໍາເອົາພັນທະບັດ ຫຼື ແຊັກ ທີ່ຍັງບໍ່ເຖິງກໍານົດຊໍາລະ ມາຂາຍໃຫ້ກັບທະນາຄານ ເພື່ອປ່ຽນເປັນເງິນສົດໄດ້ຢ່າງສະດວກ ແລະ ວ່ອງໄວ ໂດຍທະນາຄານຈະຮັບຊື້ 80% ຂອງມູນຄ່າຕົ໋ວເງິນ.

ສິນເຊື່ອທຸລະກິດ
ໜັງສືຄໍ້າປະກັນ
ບໍລິການອອກໜັງສືສັນຍາ ເພື່ອຄໍ້າປະກັນສະຖານະການເງິນໃຫ້ແກ່ ບໍລິສັດ ແລະ ບຸກຄະລາກອນທົ່ວໄປ ທີ່ຍື່ນຊອງປະມູນ ຫຼື ຕິດຕໍ່ເຮັດສັນຍາກັບ ລັດຖະບານ ຫຼື ຜູ້ຮັບຜົນປະໂຫຍດອື່ນໆ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ທຸກທ່ານໃນການດຳເນີນທຸລະກິດ ແລະ ຖືກຕ້ອງຕາມກົດໝາຍ, ເຊື່ອໝັ້ນໃນການພົວພັນ ກັບ ທຄຮ.

ສິນເຊື່ອທຸລະກິດ
ສິນເຊື່ອຫັນຊັບເປັນທຶນ
ໃຫ້ບໍລິການເງິນກູ້ໄລຍະສັ້ນ ເພື່ອສະໜັບສະໜູນເງິນທຶນ ໃຫ້ແກ່ຜູ້ທີ່ດຳເນີນທຸລະກິດ ກ່ຽວກັບພາກສ່ວນຂະແໜງການ ຄື: ອຸດສະຫະກໍາ, ການຄ້າ, ກໍ່ສ້າງ, ຂົນສົ່ງ, ສະໜອງວັດຖຸເຕັກນິກ, ກະສິກຳປ່າໄມ້ ແລະ ອື່ນໆ ເຊິ່ງມີໄລຍະເວລາຊໍາລະເງິນຄືນພາຍໃນ 1 ປີ ເຊິ່ງເປັນທຶນໝູນວຽນ ເພື່ອເສີມສະພາບຄ່ອງໃຫ້ແກ່ທຸລະກິດ ໃນຊ່ວງເລັ່ງດ່ວນ.

ສິນເຊື່ອທຸລະກິດ
ສີນເຊື່ອ SMEs
ເປັນສີນເຊື່ອທີ່ມີໄລຍະກູ້ 1 – 5 ປີ, ເປັນຜະລິດຕະພັນສິນເຊື່ອເໝາະສົມກັບທຸລະກິດການຜະລິດ, ຈັດຈໍາໜ່າຍ ແລະ ການໃຫ້ບໍລິການ ທີ່ຕ້ອງການເງິນທຶນ ແລະ ຂະຫຍາຍກິດຈະການເຊັ່ນ: ວັດສະດຸກໍ່ສ້າງ, ການຮັບເໝົາກໍ່ສ້າງ, ຂົນສົ່ງ, ໂຮງແຮມ-ບ້ານພັກ ທີ່ມີເປົ້າໝາຍດໍາເນີນທຸລະກິດທີ່ຊັດເຈນ.

ສິນເຊື່ອທຸລະກິດ
ສິນເຊື່ອທຸລະກິດ
ເປັນສີນເຊື່ອທີ່ມີໄລຍະກູ້ສູງສຸດ 5ປີ, ເປັນຜະລິດຕະພັນສິນເຊື່ອເໝາະສົມກັບລູກຄ້າທີ່ເຮັດທຸລະກິດຂະຫນາດໃຫຍ່ ທີ່ມີແຜນຂະຫຍາຍກິດຈະການຕ່າງໆ ເຊັ່ນ: ບໍລິສັດນໍາເຂົ້າສີນຄ້າ-ສົ່ງອອກສີນຄ້າ, ຊື້ເຄື່ອງກົນຈັກ, ບໍລິສັດກໍ່ສ້າງເຂື່ອນໄຟຟ້າ, ບໍລິສັດ ທີ່ຕ້ອງການທຶນໃນຜະລິດຂະຫຍາຍ ແລະ ທຸລະກິດໃໝ່.