=[[__ENGLISH BELOW__]]=
JDB ເປີດກອງປະຊຸມສະຫຼຸບຜົນດຳເນີນທຸລະກິດ ປະຈໍາໄຕມາດ III ປີ 2026 ແລະ ທິດທາງການດໍາເນີນທຸລະກິດ ໄຕມາດ IV ປີ 2026.
ໃນຕອນບ່າຍວັນທີ 9 ຕຸລາ 2026, ທະນາຄານຮ່ວມພັດທະນາ ມະຫາຊົນ ຫຼື JDB ໄດ້ເປີດກອງປະຊຸມສະຫຼຸບຜົນການດຳເນີນທຸລະກິດ 09 ເດືອນຜ່ານມາ ແລະ ທິດທາງການດໍາເນີນທຸລະກິດ 03 ເດືອນ ທ້າຍປີ 2026, ທີ່ສໍານັກງານໃຫຍ່ ທະນາຄານຮ່ວມພັດທະນາ ມະຫາຊົນ ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານກອງປະຊຸມຂອງ ທ່ານ ຄໍາສິງ ສອນສິນນະວົງ ຮອງປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ ມະຫາຊົນ, ພ້ອມດ້ວຍຄະນະຜູ້ບໍລິຫານ, ຄະນະພະແນກ ແລະ ໜ່ວຍບໍລິການພາຍໃນນະຄອນຫຼວງວຽງຈັນ. ນອກຈາກນີ້, ຍັງມີບັນດາໜ່ວຍບໍລິການຕ່າງແຂວງ ເຂົ້າຮ່ວມກອງປະຊຸມຜ່ານລະບົບ Video Conference. ເຊິ່ງເປັນກຽດກ່າວເປີດກອງປະຊຸມຢ່າງເປັນທາງການໂດຍ ທ່ານ ນ. ຄອນສະຫວັນ ວິຊາເທບ ຜູ້ອໍານວຍການ ທະນາຄານຮ່ວມພັດທະນາ ມະຫາຊົນ.
ກອງປະຊຸມໄດ້ມີການຮັບຟັງການລາຍງານເຖິງຜົນສໍາເລັດວຽກງານຫຼາຍໆດ້ານ, ໃນໄຕມາດ III ຂອງປີ 2026 ທີ່ຜ່ານມາ ໂດຍ JDB ສາມາດ ສ້າງຍອດຊັບສິນລວມ ປະຕິບັດໄດ້ 81% ຂອງແຜນປີ 2026 ເຊິ່ງເປັນ ທຄຮ ເປັນ 1 ໃນ 3 ທະນາຄານທີ່ມີຍອດຊັບສິນລວມສູງທີ່ສຸດ ຂອງ ທະນາຄານທຸລະກິດໃນ ສປປ ລາວ, ການສະໜອງສິນເຊື່ອປະຕິບັດໄດ້ 83% ເມື່ອທຽບໃສ່ແຜນປີ 2026, ດ້ານຜົນການດໍາເນີນທຸລະກິດມາເຖິງໄຕມາດ III ຂອງ JDB ສາມາດສ້າງລາຍຮັບລວມເມື່ອທຽບໃສ່ແຜນປີ 2026 ສາມາດປະຕິບັດໄດ້ 85%, ສ້າງກຳໄລກ່ອນຫັກອາກອນສາມາດປະຕິບັດໄດ້ 645 ຕື້ກີບ ທຽບໃສ່ແຜນໄຕມາດ III ໃນ 9 ເດືອນຜ່ານມາໃນປີ 2026 ແມ່ນປະຕິບັດໄດ້ 71% , ແລະ ເມື່ອທຽບໃສ່ແຜນປີ 2026 ສາມາດປະຕິບັດໄດ້ 52%.
ຕົວເລກຜົນສຳເລັດອັນໂດດເດັ່ນນີ້ ບໍ່ພຽງແຕ່ສະແດງເຖິງການເຕີບໂຕຢ່າງຕໍ່ເນື່ອງ, ແຕ່ຍັງເປັນສິ່ງຢັ້ງຢືນເຖິງຄວາມໝັ້ນຄົງທາງດ້ານຖານະທາງການເງິນ ແລະ ຄວາມສາມາດໃນການບໍລິຫານຄວາມສ່ຽງທີ່ມີປະສິດທິພາບສູງ ພາຍໃຕ້ສະພາວະເສດຖະກິດທີ່ມີຄວາມຜັນຜວນ, ເຮັດໃຫ້ JDB ຍັງຄົງເປັນທະນາຄານທຸລະກິດຊັ້ນນໍາ ທີ່ໄດ້ຮັບຄວາມໄວ້ວາງໃຈ ແລະ ມີສະພາບຄ່ອງທີ່ແຂງແຮງ ພ້ອມທີ່ຈະຮອງຮັບການບໍລິການລູກຄ້າໃນທຸກລະດັບຢ່າງມີສະຖຽນລະພາບ.
ໃນ ຕອນທ້າຍກອງປະຊຸມ ໄດ້ຮັບຟັງການໂລ້ລົມ ຈາກທ່ານ ຄຳສິງ ສອນສິນນະວົງ ຮອງປະທານສະພາ ບໍລິຫານທະນາຄານຮ່ວມພັດທະນາ ມະຫາຊົນ, ໄດ້ຍ້ອງຍໍຊົມເຊີຍໃນໂອກາດຄົບຮອບ 37 ປີ ໃນການສ້າງຕັ້ງທະນາຄານ ແລະ ຊົມເຊີຍຜົນສຳເລັດການເຂົ້າໃນຕະຫລາດຫລັກຊັບລາວ ຄົບຮອບ 1 ປີ, ແລະ ທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ 09 ເດືອນຜ່ານມາ ເຊີ່ງສາມາດຮັກສາສະຖຽນລະພາບທາງດ້ານການເງິນ ແລະ ການຂະຫຍາຍຕົວຢ່າງຕໍ່ເນື່ອງ ທ່າມກາງເສດຖະກິດ ທີ່ມີຄວາມທ້າທາຍ, ແຕ່ພະນັກງານຂອງທະນາຄານຮ່ວມພັດທະນາ ເປັນມືອາຊີບ ການບໍລິການທີ່ເປັນເລີດ, ວ່ອງໄວ ແລະ ທັນສະໄໝ ເຊື່ອມຕໍ່ກັບສາກົນ ຖືເອົາຄວາມຕ້ອງການຂອງລູກຄ້າເປັນຫຼັກ, ພັດທະນາຜະລິດຕະພັນທາງການເງິນ ໃຫ້ມີຄວາມທັນສະໄໝ ສ້າງຜົນປະໂຫຍດສູງສຸດໃຫ້ກັບທຸກຝ່າຍ ເປັນສ່ວນສຳຄັນໃນການພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮື່ອງ ແລະ ຢ່າງມີສະຖຽນລະພາບ.
ທະນາຄານຮ່ວມພັດທະນາ ມະຫາຊົນ ເຕີບໃຫຍ່ໄປພ້ອມກັນ.
=================================
Joint Development Bank Public (JDB) Reviews Third-Quarter 2026 Performance and Key Achievements
=================================
JDB reviewed its third-quarter 2026 business performance and key achievements, setting operational priorities for the final quarter of the year.
The review meeting took place on 9 October at JDB’s headquarters in Vientiane and was chaired by Mr Khamsing Sonesinnavong, Vice Chairman of the Board of Directors. Other Board members, senior management and representatives of service units in Vientiane attended in person, while employees from provincial service units joined by video link.
The meeting was officially opened by Mrs Khonesavan Visathep, Managing Director and Chief Executive Officer of JDB.
The meeting reviewed achievements across key business areas during the third quarter of 2026. By quarter-end, JDB’s total assets had reached 81 per cent of its 2026 target.
Credit provision reached 83 per cent of the 2026 plan, while revenue reached 85 per cent of the full-year target. Pre-tax profit amounted to LAK 645 billion, equivalent to 71 per cent of the nine-month target and 52 per cent of the annual target.
These results reflect JDB’s operational progress and continued focus on financial stability and prudent risk management amid economic volatility.
The Bank remains focused on maintaining liquidity and delivering reliable services to customers across market segments.
At the close of the meeting, Mr Khamsing Sonesinnavong, Vice Chairman of the Board of Directors, congratulated JDB on its 37th anniversary and the first anniversary of its listing on the Lao Securities Exchange (LSX), marking one year from 10 October 2025 to 10 October 2026.
He commended achievements during the first nine months of the year and acknowledged the Bank’s efforts to maintain financial stability in a challenging economic environment. He also praised JDB employees for their professionalism and commitment to delivering efficient, modern banking services with international connectivity.
He emphasised the Bank’s focus on customer needs, the development of modern financial products and the creation of sustainable value for stakeholders. Guided by its motto, “Blooming Together”, JDB remains committed to contributing to the Lao PDR’s stable and sustainable economic development.
#ທະນາຄານຮ່ວມພັດທະນາມະຫາຊົນ #JDBBank
———————–
📞 Call Center: 1499
Tiktok : jdbbanklaos
Youtube: jdbbanklaos

