Cover 01 scaled

ໃນຕອນບ່າຍວັນທີ 22 ພຶດສະພາ 2026, ທະນາຄານຮ່ວມພັດທະນາ ມະຫາຊົນ Joint Development Bank Public (JDB) ໄດ້ເປີດກອງປະຊຸມສະຫຼຸບຜົນການດຳເນີນທຸລະກິດປະຈຳໄຕມາດ I ແລະ ແຜນດໍາເນີນທຸລະກິດໄຕມາດ II ປະຈໍາປີ 2026, ທີ່ສໍານັກງານໃຫຍ່ ທະນາຄານຮ່ວມພັດທະນາ ມະຫາຊົນ ນະຄອນຫຼວງວຽງຈັນ.

     ພາຍໃຕ້ການເປັນປະທານກອງປະຊຸມຂອງ ທ່ານ ວິໄລ ສີພະພອນ ປະທານສະພາຜູ້ບໍລິຫານ ທະນາຄານຮ່ວມພັດທະນາ ມະຫາຊົນ, ພ້ອມດ້ວຍຄະນະຜູ້ບໍລິຫານ,  ຄະນະພະແນກ ແລະ ໜ່ວຍບໍລິການພາຍໃນນະຄອນຫຼວງວຽງຈັນ. ນອກຈາກນີ້, ຍັງມີບັນດາໜ່ວຍບໍລິການຕ່າງແຂວງ ເຂົ້າຮ່ວມກອງປະຊຸມຜ່ານລະບົບ Video Conference. ເຊິ່ງເປັນກຽດກ່າວເປີດກອງປະຊຸມຢ່າງເປັນທາງການໂດຍ ທ່ານ ສາຄອນ ຍໍພັນໄຊ ຜູ້ອໍານວຍການ ທະນາຄານຮ່ວມພັດທະນາ ມະຫາຊົນ.

   ກອງປະຊຸມໄດ້ມີການຮັບຟັງການລາຍງານເຖິງຜົນສຳເລັດວຽກງານຫຼາຍໆດ້ານ, ໃນໄຕມາດ I ຂອງປີ 2026 ທີ່ຜ່ານມາ ໂດຍ JDB ສາມາດ ສ້າງຍອດຊັບສິນລວມມູນຄ່າ 44.8 ກວ່າຕື້ກີບ ທຽບ 85% ຂອງແຜນປີ 2026, ມີຍອດລາຍຮັບລວມມູນຄ່າ 787 ກວ່າຕື້ກີບ ເມື່ອທຽບໃສ່ແຜນ ສາມາດປະຕິບັດໄດ້ 74% ຂອງແຜນໄຕມາດ 1 ປີ 2026, ການສະໜອງສິນເຊື່ອປະຕິບັດໄດ້ 70% ເມື່ອທຽບໃສ່ແຜນການໄຕມາດ 1, ດ້ານຜົນການດໍາເນີນທຸລະກິດປະຈໍາໄຕມາດ1 ຂອງ JDB ສາມາດສ້າງລາຍຮັບຫລັງຫັກອາກອນ ໂດຍມີມູນຄ່າລວມ 157,020,419,386 ກີບ, ປະຕິບັດໄດ້ 14% ທຽບໃສ່ແຜນການປີ 2026, ຕົວເລກຜົນສຳເລັດອັນໂດດເດັ່ນນີ້ ບໍ່ພຽງແຕ່ສະແດງເຖິງການເຕີບໂຕຢ່າງຕໍ່ເນື່ອງ, ແຕ່ຍັງເປັນສິ່ງຢັ້ງຢືນເຖິງຄວາມໝັ້ນຄົງທາງດ້ານຖານະທາງການເງິນ ແລະ ຄວາມສາມາດໃນການບໍລິຫານຄວາມສ່ຽງທີ່ມີປະສິດທິພາບສູງ ພາຍໃຕ້ສະພາວະເສດຖະກິດທີ່ມີຄວາມຜັນຜວນ, ເຮັດໃຫ້ JDB ຍັງຄົງເປັນທະນາຄານທຸລະກິດຊັ້ນນໍາ ທີ່ໄດ້ຮັບຄວາມໄວ້ວາງໃຈ ແລະ ມີສະພາບຄ່ອງທີ່ແຂງແຮງ ພ້ອມທີ່ຈະຮອງຮັບການບໍລິການລູກຄ້າໃນທຸກລະດັບຢ່າງມີສະຖຽນລະພາບ.

        ພ້ອມກັນນັ້ນຍັງໄດ້ມີວາລະ ການເປີດໂຕ ຜະລິດຕະພັນໃໝ່ ບໍລິການສິນເຊື່ອແບບດິຈິຕອນ ( Digital Lending ) ທີ່ມີຊື່ວ່າ “ສິນເຊື່ອນ້ອງຟ້າ” ຜ່ານ App JDB YES Mobile Banking ບໍລິການສິນເຊື່ອເທິງມືຖືໃຫ້ກັບລູກຄ້າ, ໂດຍຜະລິດຕະພັນດັ່ງກ່າວ ໄດ້ຮັບການພັດທະນາຂຶ້ນບົນພື້ນຖານລະບົບເຕັກໂນໂລຊີທີ່ທັນສະໄໝ ແລະ ມີລະບົບຮັກສາຄວາມປອດໄພຂອງຂໍ້ມູນຂັ້ນສູງ ຕາມມາດຕະຖານສາກົນ, ເພື່ອໃຫ້ລູກຄ້າສາມາດເຂົ້າເຖິງແຫຼ່ງທຶນໄດ້ຢ່າງສະດວກ, ວ່ອງໄວ, ໂປ່ງໃສ ແລະ ມີຄວາມໝັ້ນໃຈ 100% ໃນທຸກການເຮັດທຸລະກໍາທາງການເງິນ.

   ໃນກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ຈາກທ່ານ ເອກະພັນ ພະພິທັກ ປະທານຜູ້ຖືຮຸ້ນ ທະນາຄານຮ່ວມພັດທະນາ ມະຫາຊົນ ທ່ານໄດ້ ສະແດງຄາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ປະຕິບັດໄດ້ ໃນໄຕມາດ 1 ທີ່ຜ່ານມາ ແລະ ຍົກໃຫ້ເຫັນ ສະພາບເສດຖະກິດຂອງໂລກ ຍັງມີຄາມຫຍຸ້ງຍາກ ຢູ່ໃນພາວະສະລໍຕົວ ສະພາບການຂອງໂລກມີການຜັນແປຢ່າງສັບສົນ, ເຊີ່ງເປັນຜົນກະທົບຕໍ່ຄ່າຄອງຊີບທີ່ສູງຂື້ນ, ທ່ານໄດ້ຮຽກຮ້ອງໃຫ້ພະນັກງານທຸກຄົນ ເອົາໃຈໃສ່ ວຽກງານຂອງຕົນໃຫ້ດີຂື້ນກວ່າເກົ່າ ເພື່ອບັນລຸເປົ້າໝາຍທີ່ວາງໄວ້. ຕໍ່ຈາກນັ້ນ ກໍໄດ້ຮັບຟັງ ການໂອ້ລົມ ຂອງ ທ່ານ ວິໄລ ສີພະພອນ ປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ ມະຫາຊົນ ທ່ານໄດ້ ສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ປະທານຜູ້ຖືຮຸ້ນ ທີ່ໄດ້ໃຫ້ທິດຊີ້ນໍາຢ່າງໄກ້ຊິດ ກັບຄະນະຜູ້ບໍລິຫານ ທະນາຄານຮ່ວມພັດທະນາ ມະຫາຊົນ ຕະຫລອດມາ ແລະ ຮຽກຮ້ອງໃຫ້ພະນັກງານທຸກຄົນ ຈົ່ງມີຄວາມສາມະຄີກັນເປັນປຶກແຜ່ນ ເພື່ອໃຫ້ບັນລຸຜົນສໍາເລັດທີ່ວາງໄວ້, ແລະ ໄດ້ກ່າວປິດກອງປະຊຸມຢ່າງເປັນທາງການ.   

   ທະນາຄານຮ່ວມພັດທະນາ ມະຫາຊົນ ມຸ່ງໝັ້ນພັດທະນາການບໍລິການທີ່ເປັນເລີດ, ວ່ອງໄວ ແລະ ທັນສະໄໝ ເຊື່ອມຕໍ່ກັບສາກົນ ຖືເອົາຄວາມຕ້ອງການຂອງລູກຄ້າເປັນຫຼັກ, ພັດທະນາຜະລິດຕະພັນທາງການເງິນ ໃໝ່ຢ່າງສະໝໍ່າສະເໝີດ້ວຍລະບົບເທັກໂນໂລຍີທີ່ທັນສະໄໝ ປະສານກັບການບໍລິການທີ່ໂດດເດັ່ນຂອງພະນັກງານ, ສ້າງຜົນປະໂຫຍດສູງສຸດໃຫ້ກັບທຸກຝ່າຍ ເປັນສ່ວນສຳຄັນໃນການພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮື່ອງ.

ທະນາຄານຮ່ວມພັດທະນາ ມະຫາຊົນ  ເຕີບໃຫຍ່ໄປພ້ອມກັນ

JDB meeting reviews business results for first quarter of 2026

Advertorial Desk

The Joint Development Bank Public (JDB) held a meeting last week to summarise the bank’s business results for the first quarter and outline business plans for the second quarter of 2026.

The meeting took place on May 22 at the JDB headquarters in Vientiane, led by the Chairman of the Board of Directors, Mr Vilay Siphaphone.

Other members of the management board and representatives from departments and service units in Vientiane were also present.

In addition, staff from the bank’s service units in the provinces shared in the meeting via video link.

The meeting was officially opened by JDB’s Managing Director and CEO, Mr Sakhone Yorphanxay.

Reports on the achievements in the first quarter of 2026 showed that JDB’s  total assets were worth 44.8 billion kip, accounting for 85 percent of the target figure for 2026, while total income was recorded at 787 billion kip, in line with the target figure.

The bank was able to fulfil 74 percent of the goals set in the 2026 Q1 plan, with credit provision amounting to 70 percent of the Q1 plan. In terms of Q1 business performance, JDB generated after-tax income of 157,020,419,386 kip, equal to 14 percent of the target figure for the whole of 2026.

These outstanding achievements not only reflect the bank’s continuous growth, but also confirm the stability of its financial position and ability to manage risks effectively under volatile economic conditions. This positions JDB as a leading commercial bank that is trusted, has strong liquidity, and provides consistent customer service at all levels.

At the same time, the bank is rolling out a new digital lending product called “Nongfa credit” via the JDB YES Mobile Banking App, a mobile lending service for customers.

This product has been developed based on modern technology and has a high-level data security system in keeping with international standards, enabling customers to access funds conveniently, quickly and transparently and with 100 percent confidence in all financial transactions.

Speaking at the meeting, the Chairman of the JDB Shareholders’ Committee, Mr Ekaphanh Phapithack, praised the bank’s performance in the first quarter of 2026, while admitting that the global economic situation was causing a slowdown. The global situation is changing in a complex way, which has driven up the cost of living, he said.

Meanwhile, he urged all employees to improve their performance and be diligent in their duties, in order to achieve set goals.

Chairman of the Board of Directors, Mr Vilay Siphaphone, also spoke at the meeting. He expressed his deep gratitude to the Chairman of the Shareholders for providing valuable guidance to the Board of Directors of the Joint Development Bank, and urged all employees to work together as a team to fulfil the bank’s goals.

The Joint Development Bank is committed to developing excellent, fast and modern services with international connections, putting customer needs at the core of its operations, and developing new financial products using modern technologies combined with the outstanding services of its employees to create maximum benefits for all parties.

This is an important part of efforts to ensure the nation’s prosperity, under the Joint Development Bank’s motto “Blooming Together”.