ທະນາຄານຮ່ວມພັດທະນາ ມະຫາຊົນ (JDB) ຈັດງານຖະແຫຼງຂ່າວ (IPO Roadshow) ໃນການອອກຈໍາໜ່າຍຮຸ້ນຄັ້ງທໍາອິດໃຫ້ແກ່ມວນຊົນ (IPO) 📊
ຢ່າງເປັນທາງການ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວ‼
📌 ໃນຕອນແລງ ວັນທີ່ 11 ກັນຍາ 2025 ທີ່ໂຮງແຮມອາມາຣີ ວຽງຈັນ ໄດ້ຈັດງານຖະແຫຼງຂ່າວ (IPO Roadshow) ໃນການອອກຈໍາໜ່າຍຮຸ້ນຄັ້ງທໍາອິດໃຫ້ແກ່ມວນຊົນ (IPO),ໃຫ້ກຽດເຂົ້າຮ່ວມໃນງານຄັ້ງນີ້ມີ:
⚜️ ທ່ານ ເອກະພັນ ພະພິທັກ ປະທານຜູ້ຖືຮູ້ນ ທະນາຄານຮ່ວມພັດທະນາ ມະຫາຊົນ ພ້ອມດ້ວຍ ຄະນະຜູ້ບໍລິຫານ ລະດັບສູງຂອງທະນາຄານຮ່ວມພັດທະນາ ມະຫາຊົນ, ແລະ ບັນດານັກທຸລະກິດໃນຂະແໜງການຕ່າງໆ, ບັນດາທະນາຄານ ແລະ ນັກລົງທຶນພາຍໃນ ກໍໄດ້ເຂົ້າຮ່ວມຫຼາຍກວ່າ 300 ທ່ານ.
⚜️ ທ່ານ ສາຄອນ ຍໍພັນໄຊ, ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ ມະຫາຊົນ ໄດ້ຂຶ້ນສະເໜີວິໃສທັດ ແລະ ພາບລວມທຸລະກິດ ຂອງທະນາຄານຮ່ວມພັດທະນາ ມະຫາຊົນ.
ວິໃສທັດ (Vision): ທະນາຄານມຸ້ງໝັ້ນສ້າງນະວັດຕະກໍາໃໝ່ ເພື່ອສົ່ງມອບບໍລິການທີ່ເປັນເລີດ ເປັນທະນາຄານທຸລະກິດທັນສະໄໝ ແລະ ກ້າວໄກສູ່ສາກົນ.
ພາລະກິດ (Mission): ເປັນທະນາຄານທຸລະກິດ ແຖວໜ້າດ້ານເສດຖະກິດໃນ ສປປ ລາວ,
✅ ເປັນທະນາຄານທີ່ທັນສະໄໝດ້ານດິຈິຕອນ (Digital Banking Service)
✅ ເປັນສູນກາງຊໍາລະສະສາງ ໃນອາຊ່ຽນ ແລະ ສາກົນ (Global Payment Hub)
⚜️ ພາບລວມດ້ານການຂະຫຍາຍຕົວດ້ານຕາໜ່າງການບໍລິການ ໃນປັດຈຸບັນ ມີທັງໝົດ 65 ໜ່ວຍບໍລິການ ທົ່ວປະເທດ, ເພີ່ມຂຶ້ນ ເຖິງ 2000% ເມື່ອທຽບໃສ່ປີ 2012 ໂດຍມີພຽງ 3 ໜ່ວຍບໍລິການ, ບັນຊີລູກຄ້າເພີ່ມຂຶ້ນ 1,100% ຕະຫຼອດໄລຍະ 10 ປີ ທີ່ຜ່ານມາ ນັບແຕ່ປີ 2015-2024 ມີຖານບັນຊີລູກຄ້າພາຍໃນ ແລະ ຕ່າງປະເທດ ຫຼາຍກວ່າ 470,000 ລາຍ, ມີຜູ້ນໍາໃຊ້ JDB YES Mobile Banking ຂະຫຍາຍຕົວເຖິງ 10,000 % ມີຜູ້ຊົມໃຊ້ຫຼາຍກວ່າ 170,000 Users. ແລະ ຍັງໄດ້ມີການເປີດ VTR ການຂະຫຍາຍຕົວຂອງ JDB, ເຊິ່ງສະແດງໃຫ້ເຫັນເຖິງດ້ານການບໍລິການ, ຜະລິດຕະພັນ, ຜົນປະກອບການ, ຍຸດທະສາດການພັດທະນາ ແລະ ການຫັນເຂົ້າຕະຫຼາດຫຼັກຊັບລາວ.
ຈາກນັ້ນ ທ່ານ ພົງສະຫວັດ ລືນາມ, ຮອງຜູ້ອໍານວຍການ ບໍລິສັດ ຫຼັກຊັບ ລາວ-ຈີນ ມະຫາຊົນ ກໍໄດ້ຂຶ້ນນໍາສະເໜີຂໍ້ມູນທາງດ້ານການເງິນທີ່ສຳຄັນ ແລະ ການເປີດຈໍາໜ່າຍຮຸ້ນ (IPO) ຂອງທະນາຄານຮ່ວມພັດທະນາ ມະຫາຊົນ.
ຈາກນັ້ນ ໃນພິທີດັງກ່າວ ຍັງໄດ້ຈັດເວທີສົນທະນາ ກ່ຽວກັບ ການຫັນເປັນມະຫາຊົນ-ຈົດທະບຽນເຂົ້າຕະຫຼາດຫຼັກຊັບລາວ ແລະ ການເຕີບໂຕດ້ານຕະຫຼາດທຶນ ໃນ ສປປ ລາວ, ແລະ ການຖາມຕອບ ແລກປ່ຽນຄໍາຄິດຄໍາເຫັນ.
ການເດີນທາງຕະຫລອດໄລຍະ 35 ປີ ຂອງ JDB ທີ່ຫັນສູ່ທະນາຄານຂອງມະຫາຊົນ: ການຖະແຫຼງຂ່າວຄັ້ງນີ້ບໍ່ພຽງແຕ່ເນັ້ນເຖິງບົດບາດ ແລະ ການດຳເນີນທຸລະກິດຂອງ JDB ໃນຖານະຜູ້ໃຫ້ບໍລິການທາງການເງິນເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນເຖິງການເດີນທາງອັນຍາວນານ ແລະ ຄວາມສາມາດໃນການປັບຕົວຂອງອົງກອນ ເຊິ່ງເປັນບົດຮຽນອັນສຳຄັນ ສຳລັບທຸກໆທຸລະກິດທີ່ຕ້ອງການເຕີບໂຕແບບຍືນຍົງ, 35 ປີຜ່ານມາ: ຄວາມຍືນຍົງໃນໂລກທຸລະກິດທີ່ປ່ຽນແປງ, ການເຕີບໂຕຂອງ JDB ນັບຕັ້ງແຕ່ການກໍ່ຕັ້ງໃນປີ 1989 ຈົນມາເຖິງການຫັນປ່ຽນມາເປັນທະນາຄານ ມະຫາຊົນ ໃນປີ 2025 ແມ່ນເລື່ອງລາວຂອງການປັບຕົວ ແລະ ການມີວິໄສທັດທີ່ກ້ວາງໄກ.
🏢 ທະນາຄານຮ່ວມພັດທະນາ ມະຫາຊົນ (JDB) ອອກຈໍາໜ່າຍຮຸ້ນໃຫ້ແກ່ມວນຊົນຄັ້ງທໍາອິດ (IPO) ໂດຍມີຈໍານວນຮຸ້ນສາມັນທີ່ອອກ 75,333,900 ຮຸ້ນ ທຽບ 10.04% ຂອງຈຳນວນຮຸ້ນທັງໝົດຂອງ JDB, ເຊິ່ງລາຄາຈໍາໜ່າຍມີມູນຄ່າຮຸ້ນ
(IPO Price) 8,800 ກີບ/ຮຸ້ນ, ໄລຍະການຈອງຊື້ຮຸ້ນ: ນັບຕັ້ງແຕ່ວັນທີ 15-19 ກັນຍາ 2025, ເວລາ 8:30-15:00 ໂມງ, ສະຖານທີ່ຈອງຊື້ ⤵️1️⃣ ທະນາຄານຮ່ວມພັດທະນາ ມະຫາຊົນ, ສໍານັກງານໃຫຍ່ ແລະ ໜ່ວຍບໍລິການ ໃນຂອບເຂດທົ່ວປະເທດ
☎️ ໂທ: 021 224094; 020 22234343 / 55251121
website: www.jdbbank.com.la
2️⃣ ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ, ເຂດເສດຖະກິດພິເສດບຶງທາດຫຼວງ, ບ້ານໂພນທັນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໂທ: 021 419222; 020 78945642
Website: www.lcs.com.la
JDB ໄດ້ຜ່ານການປ່ຽນແປງຈາກການເປັນທະນາຄານທີ່ຖືຮຸ້ນໂດຍນັກລົງທຶນໄທ ໃນປີ 2010 ມາສູ່ການຖືຮຸ້ນໂດຍນັກທຸລະກິດລາວ ໃນປີ 2012, ແລະ ປະຈຸບັນ ໄດ້ກ້າວໄປສູ່ທະນາຄານມະຫາຊົນ ໃນປີ 2025. ນີ້ສະແດງໃຫ້ເຫັນວ່າ ທຸລະກິດທີ່ຍືນຍົງຄືທຸລະກິດທີ່ສາມາດປັບປ່ຽນຮູບແບບ ແລະ ໂຄງສ້າງ ເພື່ອຕອບສະໜອງຕໍ່ສະພາບແວດລ້ອມ ແລະ ໂອກາດໃໝ່ໆ.
#ທະນາຄານຮ່ວມພັດທະນາມະຫາຊົນ
#JDBIPO#ມະຫາຊົນ
———————–
📞 Call Center: 1499
LINE: @jdbbank
IG: jdbbanklaos
Tiktok : jdbbanklaos
Youtube: jdbbanklaos