ໄດ້ຮັບໃບຍ້ອງຍໍຈາກ ທະນາຄານແຫ່ງ ສປປ ລາວ
ໃນຕອນບ່າຍວັນທີ່ 2 ເມສາ 2026 ຢູ່ທີ່ ຫ້ອງປະຊຸມຊັ້ນ 04 ທະນາຄານແຫ່ງ ສປປ ລາວ ໄດ້ມີພິທີມອບ-ຮັບ ໃບຍ້ອງຍໍຊົມເຊີຍ ໃຫ້ແກ່ທະນາຄານທຸລະກິດ ທີ່ໄດ້ປະກອບສ່ວນໃນການປະຕິບັດວຽກງານດ້ານເງິນຕາຕ່າງປະເທດ ໃນໄລຍະປີ 2024-2025, ໂດຍມີ12 ທະນາຄານທຸລະກິດ ທີ່ໄດ້ຮັບໃບຍ້ອງ ແລະ ຫຼຽນທີ່ລະນຶກ ແລະ 10 ທະນາຄານທຸລະກິດໄດ້ຮັບໃບຊົມເຊີຍ ແລະ ຫຼຽນທີ່ລະນຶກ ລວມທັງໝົດເປັນ 22 ທະນາຄານທຸລະກິດ ທີ່ໄດ້ຮັບໃບຍ້ອງຍໍ ຈາກ ທຫລ ໃນຄັ້ງນີ້ .
ໃຫ້ເປັນກຽດເປັນປະທານໃນພິທີໂດຍ ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ. ທັງເປັນຜູ້ມອບໃບຍ້ອງຍໍໃຫ້ແຕ່ລະພາກສ່ວນ.
ຕ່າງໜ້າທະນາຄານຮ່ວມພັດທະນາ ມະຫາຊົນ ຂື້ນຮັບໂດຍ ທ່ານ ວິລັນເດດ ໄວຍະສົມສັກ ຮອງຜູ້ອໍານວຍການ ກໍໄດ້ຮັບກຽດຮັບໃບຍ້ອງຍໍ ແລະ ຫຽນທີ່ລະນຶກ ເຊີງເປັນການຢັ້ງຢືນເຖີງຜົນງານຂອງ ທະນາຄານຮ່ວມພັດທະນາ ມະຫາຊົນ ທີ່ໄດ້ປະກອບສ່ວນວຽກງານດ້ານເງິນຕາຕ່າງປະເທດ ເພື່ອປະກອບເຂົ້າໃນຄັງສຳຮອງເງິນຕາຕ່າງປະເທດ ເພີ້ມຂື້ນຢ່າງໜ້າເພີ່ງພໍໃຈ.
JDB ໃຫ້ສຸມໃສ່ ໃນດ້ານວຽກງານການພັດທະນາ ລະບົບເຕັກໂນໂລຍີໃຫ້ທັນສະໄໝ່ ຄືການຍົກລະດັບລະບົບການບໍລິການທະນາຄານເກົ່າ ເພື່ອຫັນເປັນລະບົບທະນາຄານທີ່ທັນສະໄໝ ໄດ້ມາດຕະຖານສາກົນ. ຮອງຮັບຫຼາຍຊ່ອງທາງ ແລະ ລະບົບການໂອນເງິນກັບສາກົນ, ໃນຍຸກ Digital ນໍາໃຊ້ AI ເຂົ້າມາບໍລິຫານຈັດການໃຫ້ສະດວກສະບາຍຍິ່ງຂື້ນ, ລູກຄ້າສາມາດເຮັດທູລະກໍາ ດ້ວຍຕົນເອງເອງເທີງມືຖື ໃນທຸກພື້ນທີ່ຂອງໂລກ ທີ່ມີສັນຍານ Internet, ເປັນຕົ້ນແມ່ນ JDB Yes Mobile Banking ທະນາຄານໃນມືຖື ເປັນນື່ງໃນການບໍລິການທີ່ໂດດເດັ່ນ ຊ່ວຍຕອບສະໜອງການເຮັດທຸລະກຳທາງການເງິນ ແລະ ທຸລະກິດຂອງລູກຄ້າ ສະດວກສະບາຍ ວ່ອງໄວ, ທັນສະໄໝ ແລະ ປອດໄພ, ຖຶກນໍາໃຊ້ຢ່າງກວ້າງຂວາງໃນສັງຄົມລາວ. ທະນາຄານຮ່ວມພັດທະນາ ມະຫາຊົນ ” ເຕີບໃຫ່ຍໄປພ້ອມກັນ ” .
