ບໍ່ມີເງິນກ້ອນກໍ່ທ້ອນໄດ້ ນ້ອງຟ້າໃຫ້ອັດຕາດອກເບ້ຍທີ່ສູງພິເສດເທົ່າຟ້າ

ເລືອກເງິນຝາກປະຈຳສະສົມ ຮັບດອກເບ້ຍລາຍເດືອນ ເງິນທ້ອນທີ່ປອດໄພ ສະດວກສະບາຍ ລຸ້ນໂຊກທຸກຄັ້ງທີ່ຝາກເງິນເຂົ້າ

*ຄຸນລັກສະນະ

  • ລິການເປິດບັນຊີເງິນຝາກ ແລະ ເຮັດທຸລະກຳ ເທິງແອັບ JDB YES (ໄດ້ທຸກທີທຸກເວລາ) ແລະ ໜ້າເຄົາເຕີ້.
  • ໄລຍະໃນການຝາກ 3 ໄລຍະ : 1ປີ (365ວັນ), 2ປີ (730ວັນ), 3ປີ (1095ວັນ).
  • ດອກເບ້ຍໂອນເຂົ້າທຸກທ້າຍເດືອນ ໂດຍໂອນເຂົ້າ ບັນຊີນ້ອງຟ້າທ້ອນໃຫ້ ຂອງລູກຄ້າເອງ.
  • ສາມາດສະເໜີກູ້ສິນເຊື່ອ (ໃຊ້ເງິນຝາກນ້ອງຟ້າຄ້ຳປະກັນ) ໄດ້ໃນວົງເງິນຝາກບໍ່ເກີນ 90%

*ການລຸ້ນລາງວັນ

  • ຜູ້ມີສິດລຸ້ນຮັບລາງວັນ ພາຍໃນເດືອນມູນຄ່າ 24,800,000 ກີບ ຫຼັງຈາກໂຄງການ 3ເດຶອນ ບັນຊີຕ້ອງມີອາຍຸ 1 ເດືອນ ໃນໄລຍະ1ປີທຳອິດ
  • ເງື່ອນໄຂ : ຍອດທຸລະກຳ 1,000,000 LAK, 100 USD, 3,000 THB, 500 CNY ຂື້ນໄປ/1ທຸລະກຳ ຈະໄດ້ຮັບ1ສິດໃນການລຸ້ນລາງວັນທຸກໆເດືອນ 1,800,000 ກີບ. 6 ລາງວັນ 300,000 ຕໍ່ລາງວັນ
  • ລາງວັນທ້າຍປີ 5,000,000ກີບ 10 ລາງວັນ ລາງວັນລະ 500,000ກີບ

*ເງື່ອນໄຂຂອງໂຄງການ ແລະ ຂໍ້ກໍານົດ

1. ລູກຄ້າທີ່ຕ້ອງການເປີດບັນຊີນ້ອງຝາກທ້ອນໃຫ້ຕ້ອງມີບັນຊີເງິນຝາກປະຫຍັດ ຫຼື ກະແສລາຍວັນ ສາມາດ ເປີດໃຫມ່ ຫຼື ລູກຄ້າມີບັນຊີແລ້ວ).

2. ບັນຊີນ້ອງຝາກທ້ອນໃຫ້ເປັນປະເພດບັນຊີເງິນຝາກປະຈໍາແບບສະສົມ ສໍາລັບບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງ ລູກຄ້າສັນຊາດລາວ ຫຼື ສັນຊາດຕ່າງປະເທດ ສາມາດເປີດບັນຊີນ້ອງຟ້າທ້ອນໃຫ້ໄດ້ 4 ສະກຸນເງິນຄື : LAK, USD, THB, CNY;

3. ລູກຄ້າສາມາດເປີດບັນຊີນ້ອງຟ້າທ້ອນໃຫ້ທີ່ຫນ້າເຄົາເຕີ້ ຫຼື ພະນັກງານ ທຄຮ ຜູ້ຮັບຜິດຊອບ ແລະ JDB Yes ໄດ້;

4. ລູກຄ້າທີ່ມີ ອາຍຸຕໍ່າກວ່າ 15 ປີ ສາມາດເປີດບັນຊີໄດ້ ເປັນບັນຊີຝາກເພື່ອລູກ-ຫຼານ (Minor) ຜ່ານຫນ້າເຄົາ ເຕີ້ເທົ່ານັ້ນ ແລະ ອາຍຸ 15 ປີ ຂຶ້ນໄປກໍສາມາດເປີດບັນຊີນ້ອງຟ້າທ້ອນໃຫ້ໄດ້ ຜ່ານຫນ້າເຄົາເຕີ ແລະ JDB Yes ໂດຍລູກຄ້າຕ້ອງມີສະຕິສໍາປະຊັນຍະສົມບູນ, ມີຄວາມຮັບຜິດຊອບຕໍ່ການເຮັດທຸລະກໍາທາງດ້ານເອ ເລັກໂທຣນິກ ຕາມກົດຫມາຍໄດ້ກໍານົດໄວ້;

5. ເປີດບັນຊີນ້ອງຟ້າທ້ອນໃຫ້ ຝາກຂັ້ນຕໍ່າຜ່ານຫນ້າເຄົາເຕີ້ເລີ່ມຕົ້ນ: 200,000 ກີບ, 500 ບາດ, 20 ໂດລາ ແລະ 100 ຢວນ.;

6. ເປີດບັນຊີນ້ອງຟ້າທ້ອນໃຫ້ ຝາກຂັ້ນຕໍ່າຜ່ານ JDB Yes ເລີ່ມຕົ້ນ: 2,000,000 ກີບ, 10,000 ບາດ, 300 ໂດລາ ແລະ 10,000 ຢວນ;

7. ເມື່ອບັນຊີເງິນຝາກນ້ອງທ້ອນໃຫ້ຄົບກໍານົດ ຕ້ອງມາປິດທີ່ຫນ້າເຄົາເຕີ ຕາມລະບຽບຂອງ ທຄຮ;

8. ລູກຄ້າຕ້ອງສາມາດເຮັດກິດຈະກໍາໂປໂມຊັນ ແລະ ໂຄສະນາປະຊາສໍາພັນຮ່ວມກັບ ທຄຮໄດ້; 9. ລູກຄ້າຍອມຮັບ ແລະ ປະຕິບັດຕາມເງື່ອນໄຂຂອງໂຄງການຈຶ່ງໄດ້ຮັບ ດອກເບ້ຍ ແລະ ສິດທິພິເສດຕາມ ເງື່ອນໄຂໂຄງການ;

#ທະນາຄານຮ່ວມພັດທະນາມະຫາຊົນ #ນ້ອງຟ້າທ້ອນໃຫ້

———————–

📞

LINE: @jdbbank

IG: jdbbanklaos

Tiktok : jdbbanklaos

Youtube: jdbbanklaos