ຄຳຖາມທີ່ພົບເລື້ອຍໆ
ບໍລິການເງິນກູ້
ຂໍ້ມູນເງິນກູ້ ຂອງທະນາຄານຮ່ວມພັດທະນາ ມີຫຍັງແດ່?
- ເງິນກູ້ງານແຕ່ງ
- ເງິນກູ້ທຸລະກິດຂະໜາດນ້ອຍ – ໃຫຍ່
- ເງິນກູ້ພະນັກງານ-ລັດຖະກອນ
- ເງິນກູ້ເພື່ອການສຶກສາ
- ເງິນກູ້ເພື່ອຄວາມງາມ
- ແລະ ຂໍ້ມູນເງິນກູ້ອື່ນໆ
ເອກະສານປະກອບໃນການກູ້ຢືມເງິນຂອງແຕ່ລະຜະລິດຕະພັນມີຫຍັງແດ່?
- ໃບຄຳຮ້ອງການກູ້ຢືມ (ແບບຟອມທະນາຄານ)
- ສຳເນົາ ບັດປະຈຳຕົວ (ຜູ້ກູ້ ແລະ ຜູ້ຄ້ຳ)
- ສຳເນົາ ສຳມະໂນຄົວ (ຜູ້ກູ້ ແລະ ຜູ້ຄ້ຳ)
- ເອກະສານ ຍັງຢືນທີ່ຢູ່ (ຜູ້ກູ້ ແລະ ຜູ້ຄ້ຳ)
- ຊີວະປະຫວັດຜູ້ກູ້ຢືມ
- ສຳເນົາເອກະສານ ທະບຽນທຸລະກິດ
- ສຳເນົາເອກະສານ ທະບຽນອາກອນ
- ສຳເນົາ ໃບອະນຸຍາດການດຳເນີນທຸລະກິດ
- ໃບລາຍງານຜົນໄດ້ຮັບ 2 ປີຍ້ອນຫລັງ
- ໃບສະຫຼຸບຊັບສົມບັດ 2 ປີຍ້ອນຫລັງ
- ການເຄື່ອນໄຫວບັນຊີເງິນຝາກ ຂອງທະນາຄານ (Bank Statements) 1 ປີຍ້ອນຫຼັງ
- ການເຄື່ອນໄຫວຊຳລະເງິນກູ້ Loan Statements (ຖ້າມີໜີ້)
- ສັນຍາຕ່າງໆ (ສັນຍາຊື້-ຂາຍ, ເຊົ່າ, ສຳປະທານ, ສັນຍາການເປັນຕົວແທນຈຳໜ່າຍ)
- ເອກະສານນຳເຂົ້າສິນຄ້າ ຫຼື ໃບແຈ້ງລາຄາ
- ເອກະສານໃບບິນຂາຍ
- ເອກະສານໂອນເງິນຊໍາລະສິນຄ້າ
- ສຳເນົາຫຼັກຊັບຄ້ຳປະກັນ
ການກູ້ຢືມເງິນສາມາດເຮັດທຸລະກຳໄດ້ຢູ່ຈຸດໃດແດ່ຂອງທະນາຄານຮ່ວມພັດທະນາ?
ທ່ານລູກຄ້າສາມາດປະກອບເອກະສານໃນການກູ້ຢືມເງິນແລ້ວຢື່ນໃຫ້ກັບໜ່ວຍບໍລິການທີ່ໃກ້ບ້ານທ່ານໄດ້ທົ່ວປະເທດ ທີ່ມີໜ່ວຍບໍລິການຂອງ ທຄຮ.
ເບີໂທຕິດຕໍ່ຫາຝ່າຍກ່ຽວຂ້ອງໂດຍຕົງ ແມ່ນສາມາດຕິດຕໍ່ຫາໄດ້ຈັກຊ່ອງທາງ 021 253 456 ຫຼື 1499
ບໍລິການເງິນບັດ
ບັດ ATM JDB ປັດຈຸບັນ ມີຈັກປະເພດ ຄ່າທຳນຽມຂອງບັດແຕ່ລະປະເພດມີລາຍລະອຽດຫັຍງແດ່?
- ບັດ ATM ALL IN ONE + ຄຸ້ມກັນອຸປະຕິເຫດ ແມ່ນ ຄ່າບຳລຸງຮັກສານຳໃຊ້ບັດ 5,000 ກີບ/ເດືອນ ແລະ ຄ່າຄຸ້ມກັນອຸປະຕິາເຫດ 20,000ກີບ/ປີ.
- ບັດ UnionPay ແມ່ນ ຄ່າບຳລຸງຮັກສານຳໃຊ້ບັດ 5,000 ກີບ, 0,6 ໂດລາ, 25 ບາດ/ເດືອນ/ບັດ.
- ບັດ VISA Debit – Credit
ເອກະສານປະກອບໃນການລົງທະບຽນນຳໃຊ້ບັດມີຫຍັງແດ່?
- ປື້ມສຳມະໂນຄົວ ຫຼື ບັດປະຈຳຕົວ ຫຼື ໜັງສືເດີນທາງ (Passport) ທີ່ບໍ່ໝົດອາຍຸ ຢ່າງໃຢ່າງໜຶ່ງ.
ບັດ ATM ສາມາດກົດໄດ້ຢູ່ຕູ້ ATM ໃດແດ່ ແລະ ຄ່າທຳນຽມເທົ່າໃດ?
- ທະນາຄານຮ່ວມພັດທະນາ
- ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
- ທະນາຄານພັດທະນາລາວ
- ທະນາຄານລາວຫວຽດ
- ທະນາຄານສົ່ງເສີມກະສິກຳ
- ທະນາຄານມາຣູຮານ ເຈແປນລາວ
- ທະນາຄານ ICBC.
- ຄ່າທໍານຽມ 2,000 ກີບ/ລາຍການ
ເບີໂທຕິດຕໍ່ຫາຝ່າຍກ່ຽວຂ້ອງໂດຍຕົງ ແມ່ນສາມາດຕິດຕໍາຫາໄດ້ຈັກຊ່ອງທາງ?
- 021 264 607 ຫຼື 1499
ບໍລິການເງີນຝາກ
ປະເພດເງີນຝາກມີປະເພດໃດແດ່?
- ເງິນຝາກປະຢັດ
- ເງິນຝາກປະຈຳ (ມີກໍານົດ)
- ເງິນຝາກກະແສລາຍວັນ
ເປີດບັນຊີຕ້ອງມີເອກະສານຫຍັງແດ່?
- ສຳມະໂນຄົວ ຫຼື ບັດປະຈຳຕົວ ຫຼື ໜັງສືຜ່ານແດນ (Passport) ທີ່ບໍ່ໝົດອາຍຸ.
ດອກເບ້ຍເງີນຝາກປະຍັດ ຝາກປະຈຳ ເທົ່າໃດ? (ຢາກໃຫ້ມີລາຍລະອຽດໃຫ້ລູກຄ້າໄດ້ເບິ່ງ)
- ດອກເບ້ຍເງິນຝາກປະຢັດ
- ດອກເບ້ຍເງິນຝາກປະຈຳ
ຝາກເງີນເລີ່ມຕົ້ນໃນການເປີດບັນຊີເທົ່າໃດ? (ຝາກປະຢັດແລະ ຝາກປະຈຳ)
- ເງິນຝາກເລີ່ມຕົ້ນປະຢັດ 50,000 ກີບ, 500 ບາດ, 20 ໂດລາ.
- ເງິນຝາກເລີ່ມຕົ້ນປະຈຳ 2,000,000 ກີບ, 10,000 ບາດ, 300 ໂດລາ.
ລະບຽບຂອງການຖອກເງິນຝາກປະຈຳມີຫຍັງແດ່ ແລະ ມີການປັບໄໝແບບໃດ
- ຕ້ອງຄົບກຳນົດຂອງການຝາກຈຶ່ງສາມາດຖອນໄດ້
- ຖ້າຍັງບໍ່ຄົບກຳນົດ ລູກກໍ່ຄ້າສາມາດຖອນໄດ້ ແຕ່ຈະໄດ້ເສຍຄ້າປັບໄໝ
- ປັບໄໝເງິນກີບ 100,000 ກີບ
ປັບໄໝເງິນບາດ 500 ບາດ
ປັບໄໝເງິນໂດລາ 12 ໂດລາ.