JDB ເປີດກອງປະຊຸມສະຫຼຸບຜົນດຳເນີນທຸລະກິດ 9 ເດືອນຜ່ານມາ ແລະ ແຜນການດຳເນີນທຸລະກີດ 3 ເດືອນທ້າຍປີ 2025
ໃນຕອນບ່າຍວັນທີ 13 ຕຸລາ 2025, ທີ່ທະນາຄານຮ່ວມພັດທະນາ ມະຫາຊົນ Joint Development Bank Public ໄດ້ເປີດກອງປະຊຸມສະຫຼຸບຜົນການດຳເນີນທຸລະກິດ 9 ເດືອນຜ່ານມາ ແລະ ແຜນການດຳເນີນທຸລະກິດ 3 ເດືອນທ້າຍປີ 2025 ທີ່ສໍານັກງານໃຫຍ່ ຂອງ ທະນາຄານຮ່ວມພັດທະນາ ມະຫາຊົນ, ພາຍໃຕ້ການເປັນປະທານກອງປະຊຸມໂດຍ ທ່ານ ເອກະພັນ ພະພິທັກ ປະທານຜູ້ຖືຮູ້ນ, ມີ ທ່ານ ວິໄລ ສີພະພອນ ປະທານສະພາບໍລີຫານ, ທ່ານ ສາຄອນ ຍໍພັນໄຊ ຜູ້ອໍານວຍການໃຫຍ່, ພ້ອມດ້ວຍຄະນະຜູ້ບໍລິຫານ, ຄະນະພະແນກ ແລະ ໜ່ວຍບໍລິການ ທົ່ວນະຄອນຫຼວງວຽງຈັນ, ນອກຈາກນີ້ ຍັງມີບັນດາໜ່ວຍບໍລິການຕ່າງແຂວງທົ່ວປະເທດ ໄດ້ຮ່ວມກອງປະຊຸມຜ່ານລະບົບ Video Conference.
ເປັນກຽດກ່າວເປີດກອງປະຊຸມຢ່າງເປັນທາງການໂດຍ ທ່ານ ສາຄອນ ຍໍພັນໄຊ ຜູ້ອໍານວຍການ, ຕະຫຼອດການດໍາເນີນກອງປະຊຸມດັ່ງກ່າວ ໄດ້ມີການຮັບຟັງການລາຍງານເຖີງຜົນສຳເລັດວຽກງານຫຼາຍໆດ້ານໃນ 9 ເດືອນ ທີ່ຜ່ານມາ ເຊັ່ນ: ດ້ານແຫ່ລງທືນ ແລະການນຳໃຊ້ທຶນ ແລະ ຍອດຊັບສິນທັງໝົດເພີ່ມຂຶ້ນ 19.40 % ຈາກປີ 2024;ຈໍານວນເງິນຝາກ ທຽບໃສ່ປີ 2024 ເພີ້ມຂື້ນ: 18.30 % ;
ການສະໜອງສິນເຊື່ອທຽບໃສ່ປີ2024 ເພີ້ມຂື້ນ: 11.67 %; ຜົນການດໍາເນີນທຸລະກິດ 9 ເດືອນຕົ້ນປີ2025 ທຽບໃສ່ປີ 2024 ເທົ່າກັບ 80.32 % ເຖີງເສດຖະກິດພາຍໃນປະເທດເຮົາເພີ່ງພາການນໍາເຂົ້າເປັນສ່ວນໃຫຍ່, ເສດຖະກິດໂລກໄດ້ຮັບຜົນກະທົບ ຈາກໄພສົງຄາມ , ຂໍ້ຄັດແຍ້ງທາງການຄ້າ ແລະ ອື່ນໆ ເຖີງຢ່າງໃດກໍຕາມ ທ່ານໄດ້ໃຫ້ກຳລັງໃຈ ພະນັກງານທຸກຄົນ ໃຫ້ມີຄວາມເອົາໃຈໃສ່ໃນວຽກງານການບໍລິການລູກຄ້າ ໃຫ້ມີຄວາມປະທັບໃຈ.
ໃນກອງປະຊູມຄັ້ງນີ້ ໄດ້ປັບປຸງໂຄງຮ່າງການຈັດຕັ້ງຄືນໃໝ່ ເພື່ອໃຫ້ແທດເໝາະ ແລະ ສອດຄ່ອງກັບວຽກງານໃນປະຈຸບັນ, ປັບປຸງໂຄງຮ່າງການຈັດຕັ້ງ ຂອງສະພາບໍລີຫານ, ປັບປຸງໂຄງຮ່າງການຈັດຕັ້ງ ຄະນະອໍານວຍການ ແລະ ປັບປຸງໂຄງຮ່າງການຈັດຕັ້ງບາງພະແນກການ, ເພື່ອຂັບເຄື່ອນທຸລະກິດຂອງທະນາຄານຮ່ວມພັດທະນາມະຫາຊົນ ໃຫ້ກ້າວໜ້າຢ່າງບໍ່ຢຸດຢັ້ງ.
ໃນກອງປະຊຸມໄດ້ຮັບຟັງການໂອ້ລົມ ຂອງທ່ານ ວິໄລ ສີພະພອນ ປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາມະຫາຊົນ ທ່ານໄດ້ຍ້ອງຍໍຊົມເຊີຍ ຄະນະຜູ້ບໍລິຫານ ແລະ ພະນັກງານທຸກຄົນ ທີ່ໄດ້ເອົາໃຈໃສ່ ປະກອບສ່ວນເຂົ້ນໃນການດໍາເນີນທຸລະກິດ 9 ເດືອນທີ່ຜ່ານມາຖືວ່າປະສົບຜົນສໍາເລັດຢ່າງໜ້າເພີ່ງພໍໃຈ, ແລະ ໄດ້ຮັບຟັງການໂອ້ລົມ ຂອງທ່ານ ເອກະພັນ ພະພິທັກ ປະທານຜູ້ຖືຮູ້ນ ທະນາຄານຮ່ວມພັດທະນາມະຫາຊົນ ທ່ານໄດ້ຍົກໃຫ້ເຫັນ ຄວາມກ້າວໜ້າ ຂອງນະມັດຕະກຳໃໝ່ຂອງໂລກ ທີ່ມີການພັດທະນາ ດ້ານ AI ທີ່ສາມາດເອົາມາປະຍຸກເຂົ້າໃນວຽກງານທະນາຄານ, ທ່ານໄດ້ເນັ້ນໃຫ້ພະນັກງານທຸກຄົນຈົ່ງຮຽນຮູ້ສິ່ງໃໝ່ໆ ຢູ່ສະເໝີ, ເພາະທະນາຄານຮ່ວມພັດທະນາມີການຂະຫຍາຍຕົວ ແລະ ມີຜົນກຳໄລຕະຫຼອດມາ, ແລະ ປີນີ້ກໍໄດ້ກາຍເປັນທະນາຄານຂອງມະຫາຊົນ . ທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານໃນໄລຍະ 9 ເດືອນຕົ້ນປີ ແລະ 3 ເດືອນທ້າຍປີ ຕ້ອງສູ້ຊົນໃຫ້ບັນລຸ ເປົ້າໝາຍKPI ທີ່ວາງໄວ້.
ການເດີນທາງ 36 ປີສູ່ທະນາຄານມະຫາຊົນ: ການເປີດການຊື້-ຂາຍຮຸ້ນຢ່າງເປັນທາງການຄັ້ງນີ້ບໍ່ພຽງແຕ່ເນັ້ນເຖິງບົດບາດຂອງ JDB ໃນຖານະຕົວກາງທາງການເງິນເທົ່ານັ້ນ ແຕ່ຍັງສະແດງໃຫ້ເຫັນເຖິງການເດີນທາງອັນຍາວນານ ແລະ ຄວາມສາມາດໃນການປັບຕົວຂອງອົງກອນ ເຊິ່ງເປັນບົດຮຽນອັນສຳຄັນ ສຳລັບທຸກໆທຸລະກິດທີ່ຕ້ອງການເຕີບໂຕແບບຍືນຍົງ, 36 ປີຜ່ານມາ: ຄວາມຍືນຍົງໃນໂລກທຸລະກິດທີ່ປ່ຽນແປງ, ການເຕີບໂຕຂອງ JDB ນັບຕັ້ງແຕ່ການກໍ່ຕັ້ງໃນປີ 1989 ຈົນມາເຖິງການຫັນປ່ຽນມາເປັນ ທະນາຄານມະຫາຊົນ ໃນປີ 2025 ແມ່ນເລື່ອງລາວຂອງການປັບຕົວ ແລະ ການມີວິໄສທັດທີ່ກ້ວາງໄກ.
JDBໄດ້ຜ່ານການປ່ຽນແປງ ຈາກການເປັນທະນາຄານທີ່ຖືຮຸ້ນໂດຍນັກລົງທຶນໄທໃນປີ 2010 ມາສູ່ການຖືຮຸ້ນໂດຍນັກທຸລະກິດລາວ ໃນປີ 2012, ແລະ ປະຈຸບັນໄດ້ກ້າວໄປສູ່ ທະນາຄານມະຫາຊົນໃນປີ 2025. ນີ້ສະແດງໃຫ້ເຫັນວ່າ ທຸລະກິດທີ່ຍືນຍົງຄືທຸລະກິດທີ່ສາມາດປັບປ່ຽນຮູບແບບ ແລະ ໂຄງສ້າງເພື່ອຕອບສະໜອງຕໍ່ສະພາບແວດລ້ອມ ແລະ ໂອກາດໃໝ່ໆ.
ທະນາຄານຮ່ວມພັດທະນາ ເຕີບໃຫຍ່ໄປພ້ອມກັນ
ທະນາຄານຮ່ວມພັດທະນາ ມະຫາຊົນ JDB ![]()
———————-
Call Center: 1499
LINE: @jdbbank
IG: jdbbanklaos
Tiktok : jdbbanklaos
Youtube: jdbbanklaos
