ໂອນເງິນລະຫວ່າງທະນາຄານ

ວັດຖຸປະສົງ:

ບໍລິການໃຫ້ລູກຄ້າທຸກທ່ານ ທີ່ມີບັນຊີ ແລະ ບໍ່ມີບັນຊີກັບ ທຄຮ ເຊິ່ງທ່ານ​ສາມາດ​ໂອນ​ເງິນໃຫ້ກັບ​ພີ່ນ້ອງ, ໝູ່ຄູ່ ​ແລະ ຄູ່ຮ່ວມທຸລະກິດ ຂອງ​ທ່ານທີ່​ມີ​ບັນ​ຊີ ແລະ ບໍ່​ມີ​ບັນ​ຊີ​ເງິນ​ຝາກກັບ​ທະນາ​ອື່ນ ພາຍ​ໃນ​ແຂວງ​ດຽວ​ກັນ ຫຼື ຕ່າງແຂວງ.

ປະໂຫຍດທີ່ໄດ້ຮັບ:

  • ​ເພີ່ມ​ຄວາມ​ສະດວກ ​ແລະ​ ວ່ອງ​ໄວ​ໃນ​ການ​ໂອນ​ເງິນ.
  • ທ່ານ​ສາມາດ​ໂອນ​​ເງິນສົດ ຫຼື​ ຫັກ​ຈາກ​ບັນຊີ​ຂອງ​ທ່ານທີ່ຢູ່ ທຄຮ.
  • ຜູ້​ຮັບ​​ເງິນປາຍທາງ​ໄດ້​ຮັບ​ເງິນ​ທັນທີ.
  • ມີຄວາມ​ປອດ​ໄພສູງ.

ສະກຸນເງິນຝາກ:

  • ກີບ
  • ບາດ
  • ໂດລາສະຫະລັດ

ຄ່າ​ທຳນຽມ​​ໃນ​ການ​​ໂອນເງິນລະຫວ່າງທະນາຄານ:

ໂອນເງິນຕ່າງເຂດ

ຄ່າທຳນຽມ

ກີບ 10.000 LAK
ບາດ 40 THB
ໂດລາສະຫະລັດ 1 USD