ໂອນເງິນຜ່ານສາຂາ

ວັດຖຸປະສົງ:

ບໍລິການ​ໂອນ​ເງິນຈາກບັນຊີຂອງທ່ານໃຫ້ຜູ້ຮັບປາຍທາງ ຮັບເງິນທັນທີ ​ລະຫວ່າງ​ບັນຊີ​ຂອງທ່ານຢູ່​ ທຄຮ ຫາ ໜ່ວຍບໍລິການຕ່າງແຂວງ, ຕອບ​ສະໜ​ອງຄວາມສະດວກ​ສະບາຍໃຫ້ລູກຄ້າທຸກທ່ານ ທີ່ຕ້ອງການໂອນ​ຊຳລະ​ຄ່າ​ສິນຄ້າ ຫຼື ບໍລິການ, ໂອນ​ເງິນ​ໃຫ້​ກັບ​ພີ່ນ້ອງ, ໝູ່​ເພື່ອນ ພຽງແຕ່ລະບຸເລກບັນຊີ ແລະ ຊື່ບັນຊີ ຂອງຜູ້ຮັບເງິນ ພາຍໃນ 60 ວິນາທີ.

ປະໂຫຍດທີ່ໄດ້ຮັບ:

  • ຂັ້ນ​ຕອນ​ການ​​ໂອ​ນເງິນ​ງ່າຍ ​ແລະ ​ສະດວກ;
  • ທ່ານ​ສາມາດ​ໂອນ​ເງິນ​ຜ່ານ​ໜ່ວຍ​ບໍລິການທີ່ຢູ່ທົ່ວປະເທດ;
  • ຜູ້​ຮັບປາຍທາງ​​ໄດ້​ຮັບ​ເງິນ​ທັນທີ;
  • ມີຄວາມ​ປອດ​ໄພສູງ.

ສະກຸນເງິນ:

  • ກີບ
  • ບາດ ​
  • ໂດ​ລາສະຫະລັດ

ເງື່ອນໄຂການໃຊ້ບໍລິການ:

  • ທ່ານ​ຕ້ອງ​ມີ​ບັນຊີ​ເງິນ​ຝາກ​ປະຢັດ ​ຫຼື ກະແສລາຍວັນ ຢູ່​ ທຄຮ;
  • ຕ້ອງເປັນເຈົ້າຂອງບັນຊີ ຫຼື ໄດ້ຮັບການມອບສິດຈາກເຈົ້າຂອງບັນຊີເທົ່ານັ້ນ.