ບໍລິການຊື້ຫຼຸດຕົ໋ວເງິນ

ລັກສະນະບໍລິການ:

ບໍລິການໃຫ້ກູ້ຢືມ ເພື່ອເພີ່ມສະພາບຄ່ອງໃນໄລຍະສັ້ນ ໂດຍລູກຄ້ານໍາເອົາພັນທະບັດ ຫຼື ແຊັກ ທີ່ຍັງບໍ່ເຖິງກໍານົດຊໍາລະ ມາຂາຍໃຫ້ກັບທະນາຄານ ເພື່ອປ່ຽນເປັນເງິນສົດໄດ້ຢ່າງສະດວກ ແລະ ວ່ອງໄວ ໂດຍທະນາຄານຈະຮັບຊື້ 80% ຂອງມູນຄ່າຕົ໋ວເງິນ.

ປະໂຫຍດທີ່ໄດຮັບ:

  • ສາມາດປ່ຽນເປັນເງິນສົດໄດ້ຢ່າງສະດວກ ແລະ ວ່ອງໄວ;
  • ເພື່ອເປັນທຶນໝູນວຽນ;
  • ສາມາດເພີ່ມສະພາບຄ່ອງໃຫ້ທຸລະກິດໃນໄລຍະສັ້ນ ທີ່ເລັ່ງດ່ວນ;
  • ໃຊ້ເງິນໄດ້ກ່ອນເວລາຕາມຕົ໋ວເງິນທີ່ຈະໄດ້ຮັບຈາກຄູ່ຄ້າ ກໍລະນີຍັງບໍ່ຄົບກໍານົດໃນການເບີກເງິນ.

ໝາຍເຫດ:

  • ສະເພາະລູກຄ້າເກົ່າ ທີ່ມີປະຫວັດການຊຳລະເງິນກູ້ທີ່ດີ ​ແລະ ມີ​ການ​ເຄື່ອນ​ໄຫວ​ບັນຊີ​ທາງ​ດ້ານ​ເງິນ​ຝາກ​ກັບ ທຄຮ ຈະ​ພິຈາລະນາ​ເປັນ​ພິເສດ ແມ່ນຈະພິຈາລະນາໃຫ້ວົງເງິນບັດເຄດິດ ບໍ່ເກີນກວ່າເງິນກູ້ ທີ່ມີການຊຳລະໄປແລ້ວ;
  • ສະເພາະລຸກຄ້າໃໝ່ ທີ່ມາຂໍອະນຸມັດວົງເງິນກູ້ ແມ່ນຈະພິຈາລະນາໃຫ້ວົງເງິນກູ້ ພ້ອມກັບວົງເງິນບັດເຄດິດ ໂດຍມີຫຼັກປະກັນດຽວກັນ;
  • ຄ່າທຳນຽມຂື້ນກັບທະນາຄານ ທຄຮ ທີ່ກຳນົດໄວ້.

ສອບຖາມຂໍ້ມູນເພີ່ມເຕີມ:

ກະລຸນາພົວພັນ ຂະແໜງສິນເຊື່ອທຸລະກິດ ໂທ:  021-215595, ແຟັກ: 021-223431.

>> ແບບຟອມສະໝັກສິນເຊື່ອ <<