ສີນເຊື່ອຫັນຊັບເປັນທຶນ

ສີນເຊື່ອຫັນຊັບເປັນທຶນ
ເປັນສີນເຊື່ອທີ່ມີໄລຍະກູ້ສູງສຸດ 3ປີ, ເປັນຜະລິດຕະພັນສິນເຊື່ອເໝາະສົມກັບລູກຄ້າທີ່ມີຫຼັກຊັບ ເພື່ອຫັນເປັນທຶນໃນການແກ້ໄຂສະພາບຄ່ອງທາງການເງິນ ແລະ ຂະຫຍາຍກິດຈະການຕ່າງໆ.

1. ລັກສະນະ.

  • ເງິນກູ້ໄລຍະສັ້ນ 1 – 3ປີ.
  • ວົງເງິນອະນຸມັດບໍ່ເກີນ 100,000,000ກີບ.
  • ຊ່ວຍແກ້ໄຂບັນຫາທາງດ້ານເສດຖະກິດຄອບຄົວ.

2. ອັດຕາດອກເບ້ຍ.

  • ສອບຖາມຂໍ້ມູນເພີ່ມຕື່ມ ຕິດຕໍ່ໂທ: 021-213531-6 ຕໍ່ສາຍສີນເຊື່ອ 309/313/315

ໝາຍເຫດ:  ທະນາຄານຮ່ວມພັດທະນາ ຂໍສະຫວງນສິດ ໃນການປ່ຽນແປງອັດຕາດອກເບ້ຍ ແລະ ຄ່າທໍານຽມຕ່າງໆ ໂດຍບໍ່ຕ້ອງແຈ້ງລ່ວງໜ້າໃຫ້ກັບລູກຄ້າຊາບ.

3. ເອກະສານປະກອບໃນການກູ້ຢືມ.

  • ໃບຄຳຮ້ອງຂໍກູ້ຢືມ (ແບບຟອມຂອງທະນາຄານ) ຟອມຂໍກູ້ ທຸລະກິດ
  • ຊີວະປະຫວັດຂອງຜູ້ກູ້.
  • ສໍາ​ເນົາ​ບັດປະຈຳຕົວ ຫຼື Passport (ຜູ້​ກູ້ຢືມ, ຜູ້ກູ້ຮ່ວມ ​ແລະ ຜູ້​ຄໍ້າປະກັນ).
  • ສໍາ​ເນົາສຳມະ​ໂນ​ຄົວ (ຜູ້​ກູ້ຢືມ, ຜູ້ກູ້ຮ່ວມ ​ແລະ ຜູ້​ຄໍ້າປະກັນ).
  • ໃບ​ຢັ້ງຢືນ​ທີຢູ່ (ຜູ້​ກູ້ຢືມ, ຜູ້ກູ້ຮ່ວມ ​ແລະ ຜູ້​ຄໍ້າປະກັນ).
  • ໃບທະບຽນວິສາຫະກິດ.
  • ໃບທະບຽນອາກອນ.
  • ໃບອານຸຍາດດໍາເນີນທຸລະກິດ.
  • ສະຫຼຸບລາຍຮັບ-ລາຍຈ່າຍ.
  • ສໍາ​ເນົາ​ລາຍການ​ເຄື່ອນ​ໄຫວບັນຊີ​ເງິນ​ຝາກ ຍ້ອນຫຼັງ 6 ​ເດືອນ ຫາ 1ປີ (ຜູ້​ກູ້ ​ແລະ ຜູ້ກູ້ຮ່ວມ).
  • ສໍາເນົາຫຼັກຊັບຄໍ້າປະກັນ (ໃບຕາດີນ ຂອບທອງ) ຫຼື ຖ້າເປັນຂອງບຸກຄົນອື່ນ ແມ່ນໃຫ້ເຈົ້າຂອງຫຼັກຊັບເຊັນ ຄໍ້າປະກັນ.