ໂອນເງິນລະຫວ່າງປະເທດດ້ວຍລະບົບ MoneyGram

ວັດຖຸປະສົງ:

ບໍລິການໂອນ-ຮັບເງິນ ລະຫວ່າງທຸກຄົນຫາບຸກຄົນ ດ້ວຍລະບົບ MoneyGram ເປັນການບໍລິການທີ່ສະດວກ, ວອງໄວ ​ແລະ ເຊື່ອຖືໄດ້ ໂດຍທ່ານສາມາດໃຊ້ບໍລິການໄດ້ທີ່ທຸກໜ່ວຍບໍລິການຂອງ ທຄຮ ໃນທົ່ວປະເທດ.

ປະໂຫຍດທີ່ໄດ້ຮັບ:

  • ທ່ານໝັ້ນໃຈໄດ້ວ່າການໂອນເງິນດ້ວຍລະບົບ MoneyGram ມີສະດວກສະບາຍ, ຄວາມປອດໄພ, ແລະ ເຊື່ອຖືໄດ້;
  • ການບໍລິການຂອງ MoneyGram, ທ່ານ ແລະ ຄອບຄົວ ຈະບໍ່ພາດການສົ່ງມອບຄວາມຮັກ ຄວາມຫ່ວງໃຍ ດ້ວຍບໍລິການຫຼາຍກວ່າ 207,000 ຈຸດ ທົ່ວໂລກ;
  • ຜູ້ມາຮັບເງິນ ບໍ່ຈໍາເປັນຕ້ອງມີບັນຊີເງິນຝາກ ແລະ ບໍ່ໄດ້ເສຍຄ່າທຳນຽມໃດ;
  • ຜູ້ມາຮັບເງິນ ສາມາດຮັບເປັນເງິນສະກຸນທ້ອງຖິ່ນຂອງປະເທດນັ້ນໆ ໂດຍໃຊ້ອັດຕາແລກປ່ຽນໃນລະບົບ MoneyGram;
  • ແບ່ງເບົາພາລະຂອງທ່ານ ຈາກປັນຫາອ້ອມຕົວ ອີກໜື່ງທາງເລືອກໃນການໂອນເງິນທີ່ໄວທີ່ສຸດ, ເມື່ອຂັ້ນຕອນການໂອນເງິນສໍາເລັດ, ຜູ້ຮັບປາຍທາງຈະໄດ້ຮັບເງິນສົດ ພາຍໃນ 10 ນາທີ.

ກໍລະນີການໂອນເງິນ:

  • ຜູ້ມາໂອນເງິນ ຕ້ອງມີ ປື້ມສຳມະໂນຄົວ ຫຼື ບັດປະຈຳຕົວ ຫຼື ໜັງສືຜ່ານແດນ (ບໍ່​ໝົດ​ອາຍຸ);
  • ຊື່​ ​ແລະ ນາມສະກຸນ ຜູ້​ຮັບ​ເງິນປາຍທາງ;
  • ລະ​ບຸທີ່ຢູ່ ​ເມືອງ ​ແລະ ປະ​ເທດ ​ຂອງຜູ້ຮັບເງິນປາຍທາງ;
  • ມອບເງິນຈຳນວນທີ່ຕ້ອງການໂອນ.

ກໍລະນີການຮັບເງິນ:

  • ຜູ້​ມາຮັບ​ເງິນ ຕ້ອງ​ມີ​ປື້ມສໍາມະໂນຄົວ ຫຼື ບັດປະຈຳຕົວ ຫຼື ໜັງສືຜ່ານແດນ (ບໍ່​ໝົດ​ອາຍຸ);
  • ໝາຍເລກອ້ງອີງ (Reference Number);
  • ຊື່ ແລະ ນາມສະກຸນ ຜູ້ສົ່ງເງິນ ແລະ ປະເທດຕົ້ນທາງ;
  • ລະບຸຈໍານວນເງິນທີ່​ຕ້ອງ​ຮັບ.

ໝາຍເຫດ:

ການຈ່າຍເງິນຕາ ແມ່ນຂຶ້ນກັບການແຈ້ງຈໍານວນຂອງຜູ້ໂອນທີ່ປະກອບຂໍ້ມູນແບບຟອມໂອນເງິນ,  ທາງເລື່ອກໃນການຈ່າຍເງິນເປັນສະກຸນເງິນຕ່າງໆ ແມ່ນຂຶ້ນກັບກົດລະບຽບຂອງທະນາຄານ ແຕ່ລະໄລຍະ, ໃນບາງກໍລະນີ ທ່ານຈຳເປັນຕ້ອງມີໃບຢັ້ງຢືນທີ່ຢູ່ (ເອກະສານຢັ້ງຢືນຈາກທະນາຄານ ຫຼື ໃບບິນ) ແຕ່ລະປະເທດມີຄວາມຕ້ອງການເອກະສານທີ່ແຕກຕ່າງກັນ.

ສະກຸນເງິນ:

​ໂດ​ລາສະຫະລັດ

ຄ່າທໍານຽມ:

ເສຍຄ່າທຳນຽມ ຕາມທີ່ລະບົບ MoneyGram ກຳນົດ.

ສອບຖາມຂໍ້ມູນເພີ່ມເຕີມ:

ກະລຸນາພົວພັນ ທະນາຄານຮ່ວມພັດທະນາ ສຳນັກງານໃຫຍ່ ຫຼື ໜ່ວຍບໍລິການ ໃນທົ່ວປະເທດ ໂທ: +856 21 213531 – 6 ຫຼື +856 21 241843  ຫຼື ແຟັກ: +856 21 213530 ຫຼື ທ່ານສາມາດກວດຈາກຈຸດບໍລິການ MoneyGram ເພີ່ມເຕີມໄດ້ທີ່ເວັບໄຊ: www.moneygram.com ເພື່ອ:

  1. ຊອກຫາຈຸດບໍລິການໃກ້ບ້ານທ່ານ;
  2. ກວດເບິ່ງຄ່າທຳນຽມການໂອນເງິນໄປທົວໂລກ ທີ່ສົມເຫດສົມຜົນ;
  3. ກວດເບິ່ງທາງເລືອກໃນການຮັບເງິນທີ່ມີໃນແຕ່ລະປະເທດ.