ສີນເຊື່ອເງິນກູ້ແຕ່ງງານ (Wedding Loan)

ສີນເຊື່ອເງິນກູ້ແຕ່ງງານ (Wedding Loan):
ເປັນສີນເຊື່ອທີ່ມີໄລຍະກູ້ບໍ່ເກີນ 45ວັນ (ຍົກເວັ້ນດອກເບ້ຍ), ສີນເຊື່ອປະເພດນີ້ມີຈຸດປະສົງແມ່ນ ຊ່ວຍສະພາບຄ່ອງທາງດ້ານການເງິນໃຫ້ກັບບຸກຄົນທີ່ມີແຜນຈະສ້າງຄອບຄົວໃໝ່.

1. ລັກສະນະ

  • ເປັນຜະລິດຕະພັນສິນເຊື່ອເໝາະສົມກັບບຸກຄົນທີ່ກໍາລັງຈະແຕ່ງດອງ ແລະ ສ້າງຄອບຄົວໃໝ່.
  • ເງິນກູ້ໄລຍະສັ້ນ 45ວັນ/ບໍ່ມີດອກເບ້ຍ.
  • ວົງເງິນອະນຸມັດບໍ່ເກີນ 100,000,000ກີບ.
  • ຕ້ອງມີຫຼັກຊັບຄ້ຳປະກັນ.

2. ຄ່າທຳນຽມ

  • ສອບຖາມຂໍ້ມູນເພີ່ມຕື່ມ ຕິດຕໍ່ໂທ: 021-213531-6 ຕໍ່ສາຍສີນເຊື່ອ 309/313/315

ໝາຍເຫດ: ທະນາຄານຮ່ວມພັດທະນາ ຂໍສະຫວງນສິດ ໃນການປ່ຽນແປງອັດຕາດອກເບ້ຍ ແລະ ຄ່າທໍານຽມຕ່າງໆ ໂດຍບໍ່ຕ້ອງແຈ້ງລ່ວງໜ້າໃຫ້ກັບລູກຄ້າຊາບ.

3. ເອກະສານປະກອບໃນການກູ້ຢືມ

  • ໃບຄຳຮ້ອງຂໍກູ້ຢືມ (ແບບຟອມຂອງທະນາຄານ) ຟອມຂໍກູ້ ບຸກຄົນ
  • ສໍາ​ເນົາ​ບັດປະຈຳຕົວ ຫຼື Passport (ຜູ້​ກູ້ຢືມ, ຜູ້ກູ້ຮ່ວມ ​ແລະ ຜູ້​ຄໍ້າປະກັນ).
  • ສໍາ​ເນົາສຳມະ​ໂນ​ຄົວ (ຜູ້​ກູ້ຢືມ, ຜູ້ກູ້ຮ່ວມ ​ແລະ ຜູ້​ຄໍ້າປະກັນ).
  • ໃບ​ຢັ້ງຢືນ​ທີຢູ່ (ຜູ້​ກູ້ຢືມ, ຜູ້ກູ້ຮ່ວມ ​ແລະ ຜູ້​ຄໍ້າປະກັນ).
  • ບົດບັນທຶກການສູ່ຂໍແຕ່ງດອງ.
  • ໃບທະບຽນແຕ່ງງານ.
  • ເອກະສານການຈອງສະຖານທີ່ຈັດງານ ຫຼື ຈອງຮ້ານອາຫານຕ່າງໆ.
  • ສໍາ​ເນົາ​ລາຍການ​ເຄື່ອນ​ໄຫວບັນຊີ​ເງິນ​ຝາກ ຍ້ອນຫຼັງ 3 ​ເດືອນ – 6 ເດືອນ (ຜູ້​ກູ້ ແລະ ຜູ້ກູ້ຮ່ວມ) .
  • ສໍາເນົາຫຼັກຊັບຄໍ້າປະກັນ (ໃບຕາດີນ ຂອບທອງ) ຫຼື ຖ້າເປັນຂອງບຸກຄົນອື່ນ ແມ່ນໃຫ້ເຈົ້າຂອງຫຼັກຊັບເຊັນ ຄໍ້າປະກັນ.