ໂອນເງິນຜ່ານບັນຊີຫາບັນຊີ

ວັດຖຸປະສົງ:

ທ່ານ​ສາມາດ​ໂອນ​ເງິນໃນ​ບັນ​ຊີ​ຫາບັນຊີ ເຈົ້າຂອງດຽວກັນ ​ທີ່​ເປັນ​​ບັນຊີເງິນ​ຝາກ​ປະຢັດ ຫຼື​ ເງິນ​ຝາກ​ກະ​ແສ​ລາຍ​ວັນ ​ຢູ່ ທຄຮ ​ໄດ້​ຢ່າງ​ສະດວກ, ວ່ອງ​ໄວ ແລະ​ ປອດ​ໄພ​.

ປະໂຫຍດທີ່ໄດ້ຮັບ:

  • ເພີ່ມ​ຄວາມ​ສະດວກ ​ແລະ ​ວ່ອງ​ໄວ​ໃນ​ການ​ໂອນ​ເງິນ;
  • ທ່ານ​ສາມາດ​ໂອນ​​ເງິນສົດ ຫຼື ​ຫັກ​ຈາກ​ບັນຊີ​ຂອງ​ທ່ານທີ່ຢູ່ ທຄຮ;
  • ມີຄວາມ​ປອດ​ໄພສູງ;
  • ບັນຊີເຈົ້າຂອງດຽວກັນ ບໍ່ເສຍຄ່າທຳນຽມ;
  • ແຕ່ຖ້າຕ້ອງການໂອນເງິນຕ່າງບັນຊີ ແມ່ນໄດ້ເສຍຄ່າທຳນຽມ.

ສະກຸນເງິນ:

  • ກີບ
  • ບາດ ​
  • ໂດ​ລາສະຫະລັດ

ຄ່າທໍານຽມໂອນເງິນ:

ໂອນເງິນຕ່າງເຂດ ຄ່າທຳນຽມ
ກີບ 10.000 LAK
ບາດ 40 THB
ໂດລາ 1 USD