ບັນຊີເງິນຝາກກະແສລາຍວັນ

ວັດຖຸປະສົງ:
ບັນຊີຝາກ​ກະ​ແສ​ລາຍ​ວັນ​ ເປັນ​ບໍລິການ​ທີ່​ອຳນວຍ​ຄວາມ​ສະດວກ​ໃນ​ການ​ບໍລິຫານເງິນ ​ໄດ້​ຢ່າງຄ່ອງ​ຕົວ​ ແລະ​ ປອດ​ໄພ ເໝາະ​ສຳ​ລັບ​ຜູ້​ທີ່​ເຮັດ​ຄ້າ​ຂາຍ ຫຼື ​ເຮັດ​ທຸລະ​ກິດ​ສ່ວນ​ຕົວ​ ທີ່​ມີ​ການ​ຮັບ ແລະ ຈ່າຍ​ເງິນ​ໝູນວຽນຢູ່​ຕະຫຼອດ​ເວລາ ​ໂດຍ​ໃຊ້​ແຊັກ​ສັ່ງ​ຈ່າຍ​ຂອງ​ທະນາຄານ ​ແທນການ​ໃຊ້​ເງິນສົດ ​ເພື່ອ​ຊຳລະ​ສະ​ສາງ​ຄ່າ​ສິນ​ຄ້າ ​ແລະ ຄ່າ​ບໍລິການຕ່າງໆ.

ປະໂຫຍດທີ່ໄດ້ຮັບ:

  • ຜູ້ຝາກຈະໄດ້ຮັບປື້ມແຊັກ ເພື່ອເປັນເຄື່ອງມືໃນການຊຳລະສະສາງ;
  • ສະດວກສະບາຍ, ປອດໄພ ແລະ ປະຢັດເວລາ ໃນການສັ່ງຈ່າຍ, ບໍລິຫານ ແລະ ຄຸ້ມຄອງ ການເງິນຂອງທ່ານ;
  • ຫຼຸດຜ່ອນການຖືເງິນສົດຈໍານວນຫຼາຍ ແລະ ງ່າຍໃນການສັ່ງຈ່າຍໃຫ້ລູກຄ້າ.

ສະກຸນເງິນຝາກ:

  • ກີບ
  • ບາດ
  • ໂດລາະຫະລັດ

ອັດຕາດອກເບ້ຍ:

ອັດຕາດອກເບ້ຍເງິນຝາກກະແສລາຍວັນ ສະກຸນເງິນກີບ (%/ປີ)
ປະເພດ ບຸກຄົນທົ່ວໄປ ນິຕິບຸກຄົນ
ຕາມກໍານົດ ເປັນປີ ເປັນເດືອນ ຕາມກໍານົດ
ເງິນຝາກກະແສລາຍວັນ - - - -

 

ອັດຕາດອກເບ້ຍເງິນຝາກ​ກະ​ແສ​ລາຍ​ວັນ ສະກຸນເງິນໂດລາ (%/ປີ)
ປະເພດ ບຸກຄົນທົ່ວໄປ ນິຕິບຸກຄົນ
ຕາມກຳນົດ ເປັນປີ ເປັນເດືອນ ຕາມກຳນົດ
ເງິນຝາກ​ກະ​ແສ​ລາຍ​ວັນ - - - -

 

ອັດຕາດອກເບ້ຍເງິນຝາກ​ກະ​ແສ​ລາຍ​ວັນ ສະກຸນເງິນບາດ (%/ປີ)
ປະເພດ ບຸກຄົນທົ່ວໄປ ນິຕິບຸກຄົນ
ຕາມກຳນົດ ເປັນປີ ເປັນເດືອນ ຕາມກຳນົດ
ເງິນຝາກ​ກະ​ແສ​ລາຍ​ວັນ - - - -

ເງື່ອນໄຂການໃຊ້ບໍລິການ:

  1. ວົງເງິນຝາກກະແສລາຍວັນ ເລີ່ມຕົ້ນຂັ້ນຕ່ຳສຸດ ຂອງແຕ່ລະສະກຸນ ຄື: 1,000,000 ກີບ, 100 ໂດລາ ຫຼື 5,000 ບາດ.