ພິທີສະຫລຸບຜົນດຳເນີນທຸລະກິດ ປະຈຳໄຕມາດທີ III ປີ 2022

ພິທີສະຫລຸບຜົນດຳເນີນທຸລະກິດ ປະຈຳໄຕມາດທີ III ປີ 2022 
JDB ທົບທວນການດໍາເນີນທຸລະກິດ 9 ເດືອນ ແລະ ວາງແຜນການ 3 ເດືອນ ທ້າຍປີ.
ໃນວັນທີ 14 ຕຸລາ 2022 ທີ່ສໍານັກງານໃຫຍ່ທະນາຄານຮ່ວມພັດທະນາ ໄດ້ເປີດກອງປະຊຸມທົບທວນ 9 ເດືອນຜ່ານມາ ກັບບັນດາຫົວໜ້າໜ່ວຍບໍລິການທົ່ວປະເທດ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ສູນທອນ ຈັນທະວົງ ຮອງປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ, ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ, ມີຄະນະອໍານວຍການ, ຜູ້ບໍລິຫານລະດັບສູງ ແລະ ບັນດາຫົວໜ້າພະແນກ ຮອງພະແນກກໍໄດ້ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້
ກ່າວເປີດພິຢ່າງເປັນທາງການ ໂດຍ ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ ໄດ້ສະຫຼຸບໂດຍຫຍໍ້ກ່ຽວກັບ ຜົນການດໍາເນີນທຸລະກິດໃນໄລຍະ 9 ເດືອນຜ່ານມາ ເຖີງແມ່ນວ່າຈະໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19, ແລະ ບັນຫາເສດຖະກິດ ໂລກ ມີການຝັນຜວນ ໄດ້ສົ່ງຜົນກະທົບ ທາງກົງ ແລະ ທາງອ້ອມຕໍ່ການດໍາເນີນທຸລະກິດຂອງທະນາຄານ, ເຖີງແນວໃດກໍຕາມຍ້ອນການຊີ້ນໍາຢ່າງໄກ້ຊິດຈາກລັດຖະບານລາວ ໂດຍສະເພາະ ແມ່ນທະນາຄານແຫ່ງ ສປປ ລາວ, ແລະ ການຕັດສິນໃຈສູງຂອງປະທານ ສະພາບໍລິຫານ ຈືີ່ງເຮັດໃຫ້ການດໍາເນີນທຸລະກິດເປັນໄປຢ່າງປົກກະຕິ ຍ້ອນຄວາມເອົາໃຈໃສ່ຂອງຜູ້ບໍລິຫານ ແລະ ພະນັກງານຢ່າງຕັ້ງໜ້າ ຈືີ່ງເຮັດໃຫ້ຜົນການດໍາເນີນທຸລະກິດ ປະຈໍາໄຕມາດ 3 ປີ 2022 ສາມາດປະຕິບັດໄດ້ລື່ນແຜນການທີ່ກໍານົດໄວ້ , ສືບຕໍ່ປະຕິບັດແຜນວຽກ 3 ເດືອນຕໍ່ໜ້າ JDB ໄດ້ປະສານກັບຊ່ຽວຊານອິນເດຍ, ກຳລັງພັດທະນາ ຍົກລະດັບຖານຂໍ້ມູນທາງດ້ານເຕັກໂນໂລຍີໃຫ້ທັນສະໄໝ, ເພື່ອຮັບປະກັນຕອບສະໜອງໃຫ້ແກ່ລູກຄ້າຂອງຕົນ ໃຫ້ສາມາດນໍາໃຊ້ຜະລິດຕະພັນຕ່າງໆ ຂອງJDB ຍົກລະດັບທາງດ້ານວຽກງານ IT ໃຫ້ດີທີ່ສຸດ.
ຈາກນັ້ນກອງປະຊຸມ ກໍໄດ້ມີການລາຍງານສະພາບຄ່ອງ -ຖານະການເງິນ 9 ເດືອນຜ່ານມາ ຂອງປີ 2022 ໂດຍພະແນກບໍລິຫານທືນ ເຫັນວ່າລາຍຮັບ ເພີ້ມຂື້ນ ແລະ ມີກໍາໄລກ່ອນອາກອນປະຕິບັດໄດ້ 107,89 % ຂອງແຜນການປີ 2022 ຖືວ່າເປັນຕົວເລກທີ່່ໜ້າເພີ່່ງພໍໃຈ, ຈາກນັ້ນກໍໄດ້ມີການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ຂອງຜູ້ບໍລິຫານ ແລະ ການມີຄໍາຄິດຄໍາເຫັນ ຈາກຫົວໜ້າໜ່ວຍບໍລິການ ຕ່າງໆ . ພ້ອມດຽວກັນນັ້ນທະນາຄານຮ່ວມພັດທະນາ ຍັງໄດ້ມອບອາກອນກໍາໄລລ່ວງໜ້າໃຫ້ລັດຖະບານ ກໍຄືກະຊວງການ ເງິນ ຈໍານວນ 29 ຕື້ກວ່າກີບ ຈາກຜົນການດໍາເນີນທຸລະກິດ 6 ເດືອນຕົ້ນປີ 2022.
ໃນຕອນທ້າຍ ຂອງກອງປະຊຸມ ທ່ານ ສູນທອນ ຈັນທະວົງ ຮອງປະທານສະພາບໍລິຫານທະນາຄານຮ່ວມພັດທະນາ ກໍໄດ້ໂອ້ລົມ ຕໍ່ກອງປະຊຸມ ທ່ານໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດທີ່ທະນາຄານຮ່ວມພັດທະນາ ຍາດມາໄດ້ ສາມາດ ເຮັດໃຫ້ຜົນການດໍາເນີທຸລະກິດ ມີຜົນກໍາໄລ ລື່ນຄາດໝາຍ, ທ່ານ ໄດ້ຮຽກຮ້ອງໃຫ້ພະນັກງານທຸກຄົນ ຈົ່ງເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະ ຂອງຕົນໃຫ້ດີທີ່່ສຸດ ເພືີ່ອບັນລຸເປົົ້າໝາຍທີ່່ວາງໄວ້ໃຫ້ປະກົດຜົນເປັນຈິງ ເພືີ່ອປະຕິບັດແຜນການ 3 ເດືອນ ທ້າຍປີ 2022 ເພືີ່ອປະກອບສ່ວນເຂົ້າ ໃນການສ້າງສາ ພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ໂດຍໄປຕາມຄໍາຂວັນຂອງທະນາຄານຮ່ວມພັດທະນາ “ ເຕີບໃຫ່ຍໄປພ້ອມກັນ”