JDB ມອບເງິນ 500 ລ້ານກີບ ປະກອບສ່ວນຊ່ວຍເຫຼືອ ຜູ້ປະສົບໄພນໍ້າຖ້ວມ

JDB ມອບເງິນ 500 ລ້ານກີບ ປະກອບສ່ວນຊ່ວຍເຫຼືອ ຜູ້ປະສົບໄພນໍ້າຖ້ວມ
………….
ເຫດການໄພນໍ້າຖ້ວມ ທີ່ສົ່ງຜົນກະທົບຢ່າງໜັກໜ່ວງໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນ ໃນຫຼາຍພື້ນທີ່ຢູ່ ສປປ ລາວ, ໃນຕອນແລງວັນທີ 8 ສິງຫາ ຜ່ານມາ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ວິໄລ ສີພະພອນ ປະທານສະພາບໍລິຫານທະນາຄານຮ່ວມພັດທະນາ ຫຼື JDB ໄດ້ຮ່ວມມອບເງິນຈໍານວນ 500.000.000 ກີບ, ເພື່ອປະກອບສ່ວນຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມ ຕາງໜ້າໃຫ້ລັດຖະບານ ແລະ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໃຫ້ກຽດຮັບໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈ, ຮູ້ບຸນຄຸນ ແລະ ຊົມເຊີຍ ຕໍ່ທຸກບໍລິສັດ ລວມທັງ ທະນາຄານຮ່ວມພັດທະນາ ທີ່ໄດ້ມີຈິດໃຈມະນຸດສະທໍາ, ເອື້ອເພື້ອເຜື່ອແຜ່ ໃຫ້ການຊ່ວຍເຫຼືອ ຕໍ່ບັນດາຜູ້ປະສົບອຸທົກກະໄພ ໃນຄັ້ງນີ້, ເຖິງວ່າສະພາບເສດຖະກິດມີຄວາມຫຍຸ້ງຍາກ ຊຶ່ງການຊ່ວຍເຫຼືອດັ່ງກ່າວ ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງສະພາບການຕົວຈິງໃນປັດຈຸບັນ, ເປັນການເສຍສະຫຼະເພື່ອປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ຜູ້ທີ່ປະສົບໄພທໍາມະຊາດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ, ທັງສ່ອງແສງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໃຍ, ໃຫ້ກຳລັງໃຈເຊິ່ງກັນ ແລະ ກັນ ໃນເວລາທີ່ພົບກັບຄວາມຫຍຸ້ງຍາກ. ພ້ອມກັນນັ້ນ, ທ່ານ ນາຍົກລັດຖະ ມົນຕີ ກໍໄດ້ຢືນຢັນວ່າ: ຈະນຳເອົາການຊ່ວຍເຫຼືອດັ່ງກ່າວ ໄປມອບໃຫ້ພາກສ່ວນກ່ຽວຂ້ອງ ນຳໃຊ້ເຂົ້າໃນການຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຜູ້ປະສົບໄພພິບັດ ດ້ວຍຄວາມໂປ່ງໃສ, ໃຫ້ເຖິງ ແລະ ຖືກເປົ້າໝາຍຢ່າງແທ້ຈິງ.
ທະນາຄານຮ່ວມພັດທະນາ ເປັນທະນາຄານທີ່ໄດ້ຮັບຄວາມນິຍົມສູງ ນອນຢູ່ໃນແຖວໜ້າຂອງທະນາຄານທຸລະກິດ ຢູ່ ສປປ ລາວ ຊຶ່ງເວລາໃດ ກໍໃຫ້ຄວາມສໍາຄັນໃນການປະກອບສ່ວນຊ່ວຍເຫຼືອສັງຄົມ ໃນຮູບແບບຕ່າງໆ. ສະເພາະໄພນໍ້າຖ້ວມທີ່ເກີດຂຶ້ນໃນປີນີ້ ທະນາຄານຮ່ວມພັດທະນາ ໄດ້ໃຫ້ການສະໜັບສະໜູນ ຕາມກໍາລັງ ເພື່ອຕອບສະໜອງຄວາມຕ້ອງການຂັ້ນພື້ນຖານ ທີ່ສໍາຄັນ ແລະ ຮີບດ່ວນທີ່ສຸດຂອງຜູ້ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມ ຢູ່ຫຼາຍບ້ານ ແລະ ເມືອງ ໃນ ສປປ ລາວ ແລະ ທະນາຄານຮ່ວມພັດທະນາຫວັງວ່າ ຜູ້ປະສົບໄພນໍ້າຖ້ວມ ຈະຜ່ານຜ່າ ແລະ ກັບຄືນມາສູ່ການດໍາລົງຊີວິດ ແບບປົກກະຕິໄດ້ໂດຍໄວ.
(ຂ່າວ-ພາບ: ຄໍາຕົ້ນ ວໍລະຈັກ)
———————————————————
📞 Call Center: 1499
LINE: @jdbbank
IG: jdbbanklaos
Tiktok : jdbbanklaos
Youtube: jdbbanklaos