LOCA ໄດ້ຮ່ວມມືກັບທະນາຄານຮ່ວມພັດທະນາ (JDB) ປະກາດເປີດຕົວລະບົບການຊຳລະເງິນຮູບແບບໃໝ່ກັບ “LOCA PAY”

ນະວັດຕະກຳໃໝ່ໃນການຈ່າຍເງິນ! ໂລກ້າເປີດຕົວ Loca Pay ທີ່ຈະຊ່ວຍໃຫ້ນັກທ່ອງທ່ຽວຕ່າງຊາດຈ່າຍເງິນງ່າຍຂຶ້ນ
ໂລກ້າເປີດຕົວຜະລິດຕະພັນໃໝ່ “Loca Pay” ໃນວັນທີ 16 ທັນວາ 2022, ທີ່ໂຮງແຮມ Lao Plaza ເພື່ອເປັນຈຸດໝາຍໃໝ່ໃນການເປັນຕົວກາງການຊຳລະເງິນແບບທີ່ສະດວກ ແລະ ປອດໄພໃຫ້ກັບທຸກຄົນ.
Loca Pay ເປັນລະບົບການຈ່າຍເງິນແບບໃໝ່ທີ່ຈະໃຫ້ທຸກຄົນສາມາດໃຊ້ບັດເຄຣດິດຂອງຕົວເອງເພື່ອຊໍາລະເງິນຜ່ານຄິວອາໂຄ້ດຂອງທະນາຄານໃນລາວໄດ້ຢ່າງສະດວກ. ເປັນຕົ້ນແມ່ນນັກທ່ອງທ່ຽວເດີນທາງເຂົ້າມາໃນປະເທດທີ່ແມ່ນນັບມື້ນັບຫຼາຍຂຶ້ນ ເຊິ່ງນັ້ນເອງກໍມາພ້ອມກຳລັງການຊື້ຈ່າຍທີ່ສູງ ທີ່ພ້ອມຈະຈັບຈ່າຍໃຊ້ສອຍໃນປະເທດລາວ ແລະ ນັ້ນກໍເປັນສິ່ງທີ່ທາງໂລກ້າໄດ້ເລັ່ງເຫັນໂອກາດ ແລະ ສ້າງບໍລິການໃໝ່ເພື່ອຕອບໂຈດການຊຳລະເງິນເຫຼົ່ານີ້ດ້ວຍ Loca Pay
LOCA ໄດ້ຮ່ວມມືກັບທະນາຄານຮ່ວມພັດທະນາ (JDB) ປະກາດເປີດຕົວລະບົບການຊຳລະເງິນຮູບແບບໃໝ່ກັບ “LOCA PAY” ທີ່ຈະເຮັດໃຫ້ການຊຳລະດ້ວຍບັດເຄຣດິດຂອງນັກທ່ອງທ່ຽວນັ້ນ ມີຄວາມສະດວກສະບາຍໃນລາວ ພຽງແຕ່ເຊື່ອມຕໍ່ບັດເຄຣດິດ ເຂົ້າກັບແອັບ, ຫຼັງຈາກນັ້ນ ກໍສາມາດສະແກນ ແລະ ຈ່າຍກັບຄິວອາໂຄ້ດທະນາຄານຮ່ວມພັດທະນາ JDB ໄດ້ທຸກບ່ອນພາຍໃນເວລາບໍ່ພໍເທົ່າໃດວິນາທີ. ບໍລິການ Loca Pay ນັ້ນສາມາດຮອງຮັບໄດ້ທັງບໍ່ວ່າຈະເປັນບັດ VISA, ບັດ Mastercard ແລະ UnionPay (ເຊິ່ງຈະມາໃນປີໜ້າ).
ນອກຈາກແຂກຜູ້ມີກຽດທຸກໆທ່ານທີ່ໄດ້ເຂົ້າຮ່ວມງານໃນຄັ້ງນີ້ແລ້ວ ບໍ່ວ່າຈະເປັນບັນດາຫົວໜ່ວຍທຸລະກິດ, ທະນາຄານໃຫຍ່ໃນ ສປປ ລາວ, ບັນດາອົງກອນທີ່ສຳຄັນ ແລະ ແຂກກິດຕິມະສັກຈາກທາງພາກລັດ… ທາງງານຍັງໄດ້ຮັບກຽດຈາກທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃນການເຂົ້າຮ່ວມ ແລະ ຂຶ້ນເວທີມີຄຳເຫັນໃນການຄັ້ງນີ້ດ້ວຍ ລວມເຖິງແຂກຈາກທາງທະນາຄານແຫ່ງ ສປປ ລາວ ທ່ານ ນາງ ລຳມອນ ສິມມະໄລວົງ, ທ່ານ ທະນູສອນ ພົນອາມາດ ປະທານ ສະມາຄົມການຄ້າ ໄອຊີທີລາວ, ທ່ານ ນັດທະວຸດ ພຶງຈະເລີນພົງ ຜູ້ກໍ່ຕັ້ງ ແລະ ຜູ້ບໍລິຫານ ບໍລິສັດ ອຸກບີ ຈຳກັດ ກໍເປັນກຽດເຂົ້າຮ່ວມໃນງານຄັ້ງນີ້.
———————-
📞 Call Center: 1499
LINE: @jdbbank
IG: jdbbanklaos
Tiktok : jdbbanklao
Youtube: jdbbanklaos