JDB ເປີດເຝິກອົບຮົມ ໃຫ້ພະນັກງານໃໝ່

ໃນວັນທີ 19 ກັນຍາ ທີ່ສໍານັກງານໃຫຍ່ ທະນາຄານຮ່ວມພັດທະນາ ນະຄອນຫຼວງວຽງຈັນ ໄດ້ເປີດການເຝິກອົບຮົມໃຫ້ພະນັກງານໃໝ່, ທີ່ໄດ້ຜ່ານ ຂະບວນການການສອບເສັງຄັດເລືອກແບບໂປ່ງໃສຈາກ 626 ຄົນ ແລະ ຜ່ານການສໍາພາດໄດ້ຈໍານວນ 63 ຄົນ. ເປັນກຽດເຂົົ້າຮ່ວມເປີດພິທີໃນຄັ້ງນີ້ໂດຍ ທ່ານ ວິໄລ ສີພະພອນ ຜູູ້ອໍໍໍານວຍການໃຫຍ່ທະນາຄານຮ່ວມພັດທະນາ ແລະ ຫົວໜ້າພະແນກຈັດຕັ້ງ-ພະນັກງານ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງກໍໄດ້ເຂົົ້າຮ່ວມ .

ໃນພິທີດັັ່ງກ່າວໄດ້ຮັບຟັງການໂອ້ລົມຈາກ ທ່ານ ວິໄລ ສີພະພອນ ຜູູ້ອໍານວຍການໃຫຍ່ ທະນາຄານຮ່ວມ ພັດທະນາ ທ່ານໄດ້ຍົກໃຫ້ເຫັນ ພາບລວມຂອງທະນາຄານຮ່ວມພັດທະນາ ເຊີ່ງເປັນທະນາຄານເອກະຊົນລາວ ທີ່ໄດ້ຮັບ ຄວາມເຊືີ່ອໝັ້ນຈາກລູູກຄ້າ ໂດຍການບໍລິການ ໃຫ້ເປັນທີ່່ປະທັບໃຈ ທັນຍຸກທັນສະໄໝໄດ້ມາດຕະຖານສາກົນ ຖືເອົາຄວາມຕ້ອງການຂອງລູູກຄ້າເປັນຫຼັກ, ພັດທະນາຜະລິດຕະພັນ ຢ່າງຫຼວງຫຼາຍ ດ້ວຍລະບົບເທັກໂນໂລຍີ ທີ່ທັນສະໄໝ, ສ້າງຜົນປະໂຫຍດໃຫ້ແກ່ທຸກຝ່າຍສາມາດເຕີບໃຫຍ່ຂະຫຍາຍຕົວໄປພ້ອມກັນ ແລະ ເປັນການປະກອບສ່ວນທີ່ສໍາຄັນ ໃນການພັດທະນາປະເທດຊາດ, ທະນາຄານຮ່ວມພັດທະນາ ໄດ້ມີການປ່ຽນແປງດ້ານການບໍລິຫານ ແລະ ການບໍລິການ ລູູກຄ້າຂອງຕົນໃຫ້ແທດເໝາະກັບສະພາບການຕົວຈິງຂອງສັງຄົມ ເຮັດໃຫ້ທະນາຄານຮ່ວມພັດທະນາມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ທະນາຄານມີກໍາໄລ ຈາກການດໍາເນີນທຸລະກິດ ໃນ 6 ເດືອນຕົ້ນປີ 2022 ສາມາດ ມອບພັນທະອາກອນກຳໄລລ່ວງໜ້າໃຫ້ກະຊວງການເງິນ ຈໍານວນ 29 ຕື້ ກວ່າກີບ, ແລະ ຄາດວ່າຮອດທ້າຍປີ 2022 ການດໍາເນີນທຸລະກິດຂອງ JDB ຈະມີຜົນກຳໄລລື່ນຄາດໜາຍທີ່ວາງໄວ້ ແລະ ກໍຈະໄດ້ມອບພັນທະອາກອນກໍາໄລໃຫ້ກະຊວງການເງິນອີກ. ໃນຕອນທ້າຍທ່ານຍັງໄດ້ເນັ້ນໜັກໃຫ້ພະນັກງານໃໝ່ທຸກຄົນ ຈົ່ງຕັ້ງໃຈເຝິກອົບຮົມ ເພືີ່ອນໍາເອົາຄວາມຮູູ້ຈາກການເຝິກອົບຮົມຄັ້ງນີ້ ໄປນໍາໃຊ້ເຂົົ້າໃນການປະຕິບັດວຽກງານຂອງຕົນ, ເພືີ່ອຕອບສະໜອງຄວາມຕ້ອງການຂອງລູູກຄ້າ ໃຫ້ມີຄວາມປະທັບໃຈໃນການບໍລິການ ເຊີ່ງການເຝິກອົບຮົມພາກ ທິດສະດີຈະໄດ້ດໍາເນີນໄປເປັນເວລາ 3 ອາທິດຈືີ່ງຈະສໍາເລັດ ແລະ ຫຼັງຈາກນັ້ນແມ່ນຝຶກພາກປະຕິບັດໂຕຈິງຢູູ່ບັນດາພະແນກ ແລະ ໜ່ວຍບໍລິການ.

ທະນາຄານຮ່ວມພັດທະນາ JDBບໍລິການລູູກຄ້າ ດ້ວຍມາດຕະຖານສາກົນ ISO:9001:2015 ບໍລິການລູູກຄ້າດ້ວຍໃຈ ບໍລິການດ້ວຍຄວາມສະດວກ, ວ່ອງໄວຮັບປະກັນຄວາມ ປອດໄພ, ສ້າງຄວາມປະທັບໃຈ ໃຫ້ລູູກຄ້າ ແລະ ລູູກຄ້າກໍມີຄວາມເຊືີ່ອໝັ້ນຕໍ່ທະນາຄານ, ທະນາຄານຮ່ວມພັດທະນາໄດ້ສູ້ຊົນອົດທົນ ຜ່ານຜ່າວິກິດການໄປໄດ້ ກໍຍ້ອນຄວາມເອົາໃຈໃສ່ ຂອງປະທານສະພາບໍລິຫານ ແລະ ຄະນະຜູ້ບໍລິຫານ ຕະຫຼອດເຖີງພະນັກງານທຸກຄົນ ທີ່ໄດ້ທຸ້ມເທແຮງກາຍ, ແຮງໃຈ ໃນການປະຕິບັດໜ້າທີ່ວຽກງານຂອງຕົນຢ່າງຫ້າວຫັນ ໃນການບໍລິການລູກຄ້າ ດ້ວຍຄວາມເປັນເລີດ ເຮັດໃຫ້ລູກຄ້າມີຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈມານໍາໃຊ້ບໍລິການນັບມື້ ນັບເພີ້ມຂື້ນ ຕ່າງຝ່າຍ ມີຜົນປະໂຫຍດ ຕາມຄໍາຂັວນ ທີ່ວ່າ : “ ເຕີບໃຫຍ່ໄປພ້ອມກັນ